ສັນຍານເຕືອນ ມະເຮັງປາກມົດລູກ ແມ່ຍິງຄວນຮູ້

  ພະຍາດມະເຮັງເປັນສາເຫດຂອງການເສຍ ຊີວິດເປັນອັນດັບໜຶ່ງຮອງລົງມາຄືອຸບັດຕິເຫດ ແລະ ພະຍາດຫົວໃຈສຳລັບມະເຮັງໃນແມ່ຍິງລາວມະເຮັງ ທີ່ເປັນສາເຫດຂອງການເສຍຊີວິດຫຼາຍທີ່ສຸດຄືມະ  ເຮັງປາກມົດລູກ 6 ສັນຍານເຕືອນ  ມະເຮັງປາກມົດ ລູກທີ່ເຈົ້າບໍ່ຄວນເບິ່ງຂ້າມ.

-ມີເລືອດອອກຜິດປົກກະຕິທີ່ບໍ່ແມ່ນປະຈຳ ເດືອນເຊັ່ນເລືອດອອກຫຼັງຈາກມີເພດສຳພັນມີເລືອດອອກຫຼັງຈາກໝົດປະຈຳເດືອນແລ້ວເລືອດອອກເປັນ  ໄລຍະເລືອດອອກຫຼັງຈາກກວດພາຍໃນ.

  1. -ຕົກຂາວຜິດປົກກະຕິອາການຕົກຂາວຂອງ ແມ່ຍິງແຕ່ລະຄົນອາດຈະບໍ່ຄືກັນເຊັ່ນຕົກຂາວທີ່ຜິດ ປົກກະຕິຈະມີລັກສະນະເປັນ-ໜອງກິ່ນເໝັນ ຫຼື  ມີລັກສະ ນະຄ້າຍນ້ຳໄຫຼອອກມາຈາກຊ່ອງຄອດອາການຕົກ ຂາວຊຶ່ງອາດຈະມີເລືອດປົນ.
  2. -ຍ່ຽວຂັດໆຍ່ຽວບໍ່ຢາກອອກ, ອາການປວດ ແສບ, ຍ່ຽວຂັດໆອາດເປັນສັນຍານຂອງມະເຮັງປາກ ມົດລູກໄດ້.
  3. -ມີອາການເຈັບຂະນະຮ່ວມເພດອາການເຈັບ ຂະນະຮ່ວມເພດອາດຈະເປັນສັນຍານຂອງມະເຮັງປາກມົດລູກໄດ້ຄືກັນ.
  4. -ປະຈຳເດືອນມາຫຼາຍ ແລະດົນຜິດປົກກະຕິ ອາດເປັນສັນຍານຂອງມະເຮັງປາກມົດລູກໄດ້.