ນໍ້າໝາກພ້າວ ຊ່ວຍຫຼຸດນໍ້າໜັກໄດ້

  ໝາກພ້າວເປັນໝາກໄມ້ຊະນິດໜຶ່ງທີ່ມີຢູ່ຫຼາຍໃນບ້ານເຮົາຫາກິນໄດ້ງ່າຍ, ສະດວກລາຄາບໍ່ແພງ, ແຖມມີຄຸນຄ່າສູງນໍາອີກ.

   ຜົນການສຶກສາຂອງສາກະລັດເວົ້າວ່າໝາກພ້າວຊ່ວຍຫຼຸດນໍ້າໜັກໄດ້ເພາະມີລະດັບຄາໂບໄຮເດດພຽງແຕ່ 3.5 ກຣາມຫາກເຈົ້າພະຍາຍາມຫຼຸດການກິນນໍ້າຕານເພື່ອຫຼຸດນໍ້າໜັກໃຫ້ຫັນມາ ກິນໝາກພ້າວມື້ລະ 1 ໜ່ວຍແທນ (ກິນທັງນໍ້າ ແລະໃນໝາກພ້າວ) ເພາະໃນໝາກພ້າວປະກອບໄປດ້ວຍໂປແຕສ ຊຽມສູງ 38.2- 53.7 ມິນລີກຣາມ ຕໍ່ 1 ລິດ ແລະມີໂຊດຽມ ຄຊຣີນ ແລະPo4 ມີປະ ມານໜ້ອຍຢູ່ໃນໝາກພ້າວອ່ອນ, ນໍ້າໝາກພ້າວອຸດົມດ້ວຍກລູໂຄສ ແລະຟຣັກໂທສ, ໃນໝາກພ້າວອ່ອນມີໄຂມັນໜ້ອຍໃນປະລິມານ 100 ມິນລີລິດມີ 0.84 ກຣາມ ແຕ່ໃນໝາກພ້າວແກ່ຈະມີໄຂມັນຫຼາຍກວ່າ.

----

ຮຽບຮຽງໂດຍ: ຟ້າ