ກຸ່ມສະຫະກອນເມືອງທ່າແຕງ ຮຽນຮູ້ເຕັກນິກຜະລິດມັນຕົ້ນ

  ເມື່ອບໍ່ດົນມານີ້ ທີ່ບ້ານກົກ ພຸງເໜືອ ກຸ່ມສະຫະກອນ 52 ຄົນ ຂອງເມືອງທ່າແຕງ ແຂວງເຊກອງ ໄດ້ຮຽນຮູ້ເຕັກນິກການປູກມັນຕົ້ນໃນ ໂດຍມີທ່ານ ເສີມສີ ສຸລິຕະຮອງຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງ, ທ່ານ ສຸກັນ ຈັນສີປະເສີດ ຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້ເມືອງ, ມີທ່ານ ບຸນປັນ ແສນທະວີສຸກຜູ້ປະສານງານໂຄງການຄຣີນ (CLEAN), ອົງການວິນລ໋ອກ (WINROCK) ພ້ອມດ້ວຍຊາວກະສິກອນເຂົ້າຮ່ວມ.

  ສະຫະກອນການຜະລິດໄດ້ຮຽນຮູ້ທິດສະດີ ແລະພືດຕິກໍາຕົວຈິງກ່ຽວກັບການປ້ອງກັນພືດແບບປະສົມປະສານສຳລັບມັນຕົ້ນໂດຍສະເພາະຮຽນຮູ້ຫຼັກການຂອງການປ້ອງກັນພືດແບບປະສົມປະສານ, ລັກສະນະທົ່ວໄປຂອງແມງໄມ້ສັດຕູພືດ-ບັນຫາສັດຕູພືດທີ່ເຂົ້າທຳລາຍຂອງເພ້ຍແປ້ງສີບົວ, ໄຮແດງ, ບົ້ງເຂົາ, ແມງມີ່ຂາວ, ພະຍາດໃບດ່າງ, ພະຍາດຮາກເນົ່າ, ພະຍາດຝອຍຂົນໄກ, ພະຍາດໃບຈຸດ, ແນະນຳການຫຼຸດຜ່ອນຄວາມສ່ຽງການນຳໃຊ້ສານເຄມີກຳຈັດແມງ ໄມ້ສັດຕູພືດ ແລະອົງປະກອບອື່ນໆທີ່ເຮັດໃຫ້ຜົນຜະລິດມັນຕົ້ນຫຼຸກລົງ, ຜ່ານການປະເມີນກ່ຽວກັບການຄົ້ນຄວ້າແລະການແລກປ່ຽນບົດຮຽນ ສາມາດຢັ້ງ ຢືນຄວາມຮັບຮູ້ທາງດ້ານທິດສະດີ ແລະພາກປະຕິບັດຕົວຈິງຂອງນັກສໍາມະນາກອນໄດ້ 80% ຈາກຜົນສຳເລັດໃນການຝຶກອົບຮົມໄລຍະ 3 ວັນຜ່ານມາ.

  ໂອກາດນີ້ ທ່ານ ເສີມສີ ສຸລິຕະ ຮອງຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງເຊກອງໄດ້ຍ້ອງຍໍຊົມເຊີຍ ແລະຮຽກຮ້ອງໃຫ້ນັກສໍາມະນາກອນພາຍຫຼັງໄດ້ຮຽນພາກທິດສະດີ ແລະພາກປະຕິບັດຕົວຈິງ ແລ້ວ, ເອົາບົດຮຽນອັນຫຼໍ້າຄ່າໃນຝຶກອົບຮົມຄັ້ງນີ້ໄປນໍາໃຊ້ເຂົ້າໃນວຽກງານການຜະລິດມັນຕົ້ນຢູ່ພາຍໃນບ້ານຂອງຕົນໃຫ້ໄດ້ຮັບທັງປະລິມານ ແລະຄຸນນະພາບສູງ, ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະທ້ອງຕະຫຼາດແນໃສ່ເຮັດໃຫ້ສະຫະກອນມີຄວາມຮູ້, ຄວາມສາມາດໃນການຜະລິດສິນຄ້າໃຫ້ໄດ້ສູງຂຶ້ນ.

----

ໜັງສືພິມ ເສດຖະກິດ-ສັງຄົມ