ມາຮູ້ຈັກຮູບເງົາ “ນາງຟ້າຊາລີ ເວີເຊິນປີ 2019”

  ຖືເປັນອີກໜຶ່ງຮູບເງົາທີ່ມີແຟນໆຕິດຕາມຢູ່ທົ່ວໂລກສຳລັບຮູບເງົາຍອດນິຍົມນັ້ນກໍຄື Charlie’s Angels ພາຍຫຼັງທີ່ຖືກດັດແປງຈາກຊີຣີ່ທາງໂທລະ ພາບໃນອະດີດໃຫ້ກາຍເປັນຮູບເງົາຟອມຍັກເມື່ອປີ 2000 ຊຶ່ງໄດ້ສ້າງກະແສຮືຮາ ແລະເປັນຮູບເງົາທີ່ຖືກເວົ້າເຖິງຫຼາຍທີ່ສຸດບວກກັບນັກສະແດງຊື່ດັງທີ່ຮັບບົດສາມສາວນາງຟ້ານັ້ນກໍຄື ດຣູ ແບຣີມໍຣ ລູຊີ ລິວ ແລະຄາເມຣອນ ດີແອຊ.
  ສະຕູດິໂອຍັກໃຫຍ່ນັ້ນກໍຄື ໂຊນີ່ ໄດ້ຈັບເອົາຮູບເງົາ Charlie’s Angels ໃນເວີເຊິນໃໝ່ຊຶ່ງອອກສາຍໃຫ້ແຟນໆໄດ້ຮັບຊົມໃນປີ 2019 ທີ່ີຜ່ານມາກຳກັບໂດຍ ອາລິຊາ ເບທ ແບັງ ຊຶ່ງໃນເວີເຊິນນີ້ ໄດ້ 3 ນັກສະແດງທີມໃໝ່ທີ່ມາຮັບບົດນາງຟ້າຊາລີນັ້ນກໍຄື ຄຣິສຕຽນ ສະຈວຕ ນາໂອມິ ສະກ໋ອດ ແລະເອລລ່າ ບາລິນສະກາຖືເປັນ 3 ນັກສະແດງທີ່ໂດ່ງດັງທີ່ສຸດໃນຍຸກນີ້.

----

ໜັງສືພິມ ເສດຖະກິດ-ສັງຄົມ