ປູກຜັກຂາຍພາໃຫ້ຄອບຄົວພົ້ນທຸກ

   ປະຈຸບັນຄົນເຮົາໄດ້ຫັນມາໃສ່ໃຈສຸຂະພາບ, ຫັນມາບໍລິໂພກອາຫານ ແລະພືດຜັກປັດສະຈາກສານເຄມີ ຊຶ່ງໃນນັ້ນຜັກປອດສານພິດກໍ່ເປັນພືດຜັກຊະນິດໜຶ່ງທີ່ກໍາລັງເປັນທີ່ນິຍົມໃນສັງຄົມໃນປະຈຸບັນ, ເນື່ອງຈາກວ່າຜັກປອດສານພິດແມ່ນຜັກທີ່ປູກໂດຍບໍ່ໃຊ້ສານເຄມີ, ເປັນຜັກສະອາດ ແລະເປັນມິດກັບສິ່ງ ແວດລ້ອມ; ຊາວກະສິກອນຫຼາຍໆຄອບຄົວສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ ຍ້ອນຫັນມາປູກຜັກປອດສານພິດເປັນສິນຄ້າ; ດັ່ງຄອບຄົວຂອງທ່ານ ອິນຕອງ ແກ້ວມີໄຊເປັນຄອບຄົວໜຶ່ງທີ່ຫັນມາປູກຜັກປອດສານພິດໃນດິນຂ້າງເຮືອນຂອງຕົນເອງເພື່ອຂາຍເປັນສິນຄ້າຈົນສາມາດພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ແລະກາຍເປັນຄອບຄົວຕົວແບບຂອງບ້ານລາດຄວາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ທ່ານ ອິນຕອງ ແກ້ວມີໄຊ ໄດ້ໃຫ້ຮູ້ວ່າ: ປະຈຸບັນອາຍຸ 35 ປີ, ຢູ່ບ້ານລາດຄວາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ສະມາຊິກຄອບຄົວທັງໝົດມີ 5 ຄົນ, ຍິງ 2 ຄົນ ຄອບຄົວຂອງຂ້າພະເຈົ້າແມ່ນຖືອາຊີບໃນການເຮັດນາ ແລະປູກຜັກເປັນຫຼັກ, ດ້ານການສຶກສາແມ່ນຂ້າພະເຈົ້າຈົບຊັ້ນມັດທະຍົມປາຍໃນປີ 2003 ທີ່ໂຮງຮຽນອຸດົມເລກ 8 ດອນໜູນ, ກ່ອນຈະຕັດສິນໃຈມາເຮັດສວນແມ່ນຍ້ອນມີແຮງຈູງໃຈຈາກພື້ນຖານທີ່ຂ້າພະເຈົ້າເຄີຍເຮັດວຽກຮັບເໝົາກໍ່ສ້າງມາກ່ອນແຕ່ເມື່ອຍາມລະດູຝົນມາຮອດກໍ່ບໍ່ຄ່ອຍມີວຽກ ຫຼື ບາງເທື່ອກໍ່ບໍ່ມີເລີຍ ໂດຍສະເພາະແມ່ນໄລຍະທີ່ພະຍາດອັກເສບປອດສາຍພັນໃໝ່ ໂຄວິດ -19 ກໍາລັງລະບາດດັ່ງນັ້ນ, ຈຶ່ງເປັນແຮງຈູງໃຈໃຫ້ມີແນວຄິດຢາກເຮັດສວນປູກຜັກປອດສານພິດເພາະວ່າມີດິນຫວ່າງຢູ່ໃກ້ໆເຮືອນພໍຫວ່າງວຽກກໍ່ສ້າງແລ້ວກໍ່ມາປູກຜັກ; ທໍາອິດແມ່ນປີ 2018 ຕົນເອງກໍ່ຄິດວ່າຈະເຮັດເປັນສວນຄົວຮົ້ວຂຽວພໍເປັນການສະໜອງອາຫານພາຍໃນຄອບຄົວຍາມຈໍາເປັນແຕ່ຕໍ່ມາ ປີ 2019 ຍ້ອນມີ ຫຼາຍຄົວເຮືອນໃຫ້ຄວາມສົນໃຈຕົນເອງ ແລະຄອບຄົວຈື່ງຕັ້ງໃຈເຮັດແບບຈິງໆຈັງໆເພື່ອຕອບສະໜອງໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກຈົນເຮັດໃຫ້ການປູກຜັກທໍາມະດາກາຍເປັນສວນໃຫຍ່ຂຶ້ນເພື່ອພັດທະນາໃຫ້ກາຍເປັນສິນຄ້າຂາຍອອກສູ່ທ້ອງຕະຫຼາດ ແລະ ຂ້າພະເຈົ້າກັບຄອບຄົວກໍ່ຕັດສິນໃຈເຮັດສວນປູກຜັກປອດສານພິດເປັນຫຼັກເພາະຈະໄດ້ຢູ່ກັບຄອບຄົວຕະຫຼອດເວລາ ຊຶ່ງ ໄດ້ລົງທຶນປະມານ 7 - 8 ລ້ານກີບ; ສ່ວນຜັກທີ່ປູກແມ່ນເປັນຜັກທີ່ຄົນລາວເຮົາຫຼາຍໆຄົວເຮືອນມັກກິນ ແລະປະເພດຜັກຫອມທີ່ນໍາໃຊ້ເຂົ້າໃນເມນູອາຫານທີ່ນິຍົມທົ່ວໄປເຊັ່ນ: ຜັກກາດຊອມ, ຜັກຫົມ, ຜັກບົ້ງ, ຜັກປັງ, ຫອມເປ, ຫ້ອມແປ້ນ, ຫອມ ຫຼາບ, ບົວລະພາ ແລະຜັກອື່ນໆ ຕາມລະດູການ; ລາຄາຂາຍແມ່ນອີງຕາມລາຄາໃນທ້ອງຕະຫຼາດ ຂຶ້ນ - ລົງເຊັ່ນ: ຜັກກາດຊອມລາຄາຂາຍແມ່ນ 4.000 – 5.000 ກີບຕໍ່ກິໂລ, ຜັກຫົມແມ່ນ 2.000 – 5.000 ກີບຕໍ່ກິໂລ, ຜັກບົ້ງແມ່ນ 3.000 – 5.000 ກີບຕໍ່ກິໂລ, ໃນປີໜຶ່ງສາມາດເກັບກູ້ອອກຂາຍໄດ້ເຖິງ 18.000 – 25.000 ກິໂລກຣາມຕໍ່ປີ ຄິດໄລ່ເປັນເງິນໄດ້ເຖິງ 60 – 100 ລ້ານຕໍ່ປີ ຊຶ່ງລາຍໄດ້ແຕ່ລະຄັ້ງ ຫຼື ແຕ່ລະປີກໍ່ຖືວ່າ ໄດ້ຫຼາຍພໍສົມຄວນແຕ່ກໍ່ຕ້ອງໄດ້ຫັກເອົາຈຳນວນໜຶ່ງເພື່ອເກັບເປັນທຶນໝູນວຽງໃນແຕ່ລະຄັ້ງ.
  ຄອບຄົວຂອງ ທ່ານ ອິນຕອງ ແກ້ວມີໄຊ ແມ່ນຄອບຄົວໜຶ່ງທີ່ມີຄວາມດຸໝັ່ນຫ້າວຫັນ, ກ້າຄິດ, ກ້າຕັດສິນໃຈ, ເຮັດແທ້ທໍາຈິງ, ພະຍາຍາມສ້າງເສດ ຖະກິດຄອບຄົວດ້ວຍການຫັນປ່ຽນຈາກການເຮັດເຄື່ອງປູກຂອງຝັງທໍາມະດາທີ່ໃຊ້ສໍາລັບຄົວເຮືອນໃຫ້ກາຍເປັນສິນຄ້າຕາມແນວນະໂຍບາຍທີ່ທາງພັກ - ລັດວາງອອກ, ທັງຊອກຫາຄວາມຮູ້ໃໝ່ໆມາພັດທະນາຕົນເອງ ຢູ່ເລື່ອຍໆຈົນເຮັດໃຫ້ຄອບຄົວຫຼຸດ ພົ້ນອອກຈາກຄວາມທຸກຍາກຍ້ອນການປູກຜັກປອດສານພິດເພື່ອຮັກສາສຸຂະພາບພ້ອມທັງເປັນຄອບຄົວຕົວແບບທີ່ໂດດເດັ່ນຂອງເມືອງ ອີກດ້ວຍ; ທ່ານ ອິນຕອງ ແກ້ວມີໄຊ ຍັງກ່າວຕື່ມວ່າ: ທິດທາງໃນຕໍ່ໜ້າຂອງພວກເຮົາແມ່ນແນໃສ່ສະໜອງຜັກໃຫ້ຕະຫຼາດໃຫ້ໝັ້ນຄົງ, ສະຖານທີ່ປູກໃຫ້ໄດ້ມາດຕະຖານກວ່າເກົ່າສາມາດປູກຜັກໄດ້ທຸກໆຊະນິດບໍ່ວ່າຈະເປັນລະບົບນໍ້າ, ກົນຈັກ, ເຮືອນຮົ່ມເປັນຕົ້ນ ແລະຈະພັດທະນາກ້າວຂຶ້ນເປັນກະສິກໍາອິນຊີໃນຕໍ່ໜ້າ.

-----

ໂດຍ: ສີໄຄ ໄຊຍະວົງ