ສ້າງລາຍຮັບໄດ້ 142 ລ້ານກີບ ຕໍ່ເດືອນຈາກການຂາຍປາ

   ຄວາມດຸໝັ່ນ ແລະອົດທົນເປັນຊັບສົມບັດອັນລໍ້າຄ່າຂອງບຸກຄົນທີ່ມີຄວາມພາກພຽນພະຍາຍາມໃນການທຳມາຫາກິນແລະປະກອບອາຊີບທີ່ບໍ່ຂັດກັບລະບຽບກົດໝາຍຂອງບ້ານເມືອງໂດຍການໄຂວ່ຄວ້າກຳນົດເສັ້ນທາງເດີນຂອງຕົນໃຫ້ໄປເຖິງຝັ່ງຝັນທີ່ວາດໄວ້, ຊຶ່ງບຸກຄົນໃດຫາກຢຶດຖືເອົາຊັບສົມບັດແຫ່ງຄວາມດຸໝັ່ນ ແລະ ຄວາມອົດທົນທີ່ກ່າວມານັ້ນຝັງແໜ້ນໄວ້ໃນຈິດສຳນຶກຂອງຕົນແລ້ວບໍ່ວ່າຈະຕົກຢູ່ແຫ່ງຫົນໃດກໍ່ສາມາດເອົາໂຕລອດຈາກວິກິດການຂອງຄວາມທຸກຍາກໄດ້ຢ່າງແນ່ນອນ. ເນື່ອງຈາກວ່າຊັບສົມບັດດັ່ງກ່າວແມ່ນທຶນຮອນ ແລະໃບເບີກທາງທີ່ຈະນຳສົ່ງເຮົາໄປໃຫ້ເຖິງເປົ້າໝາຍແຫ່ງຜົນສຳເລັດຂອງຊີວິດໃນອະນາຄົດ.

    ດັ່ງຄອບຄົວຂອງທ່ານ ພູມີ ສີວັນລາ ອາຍຸ 65 ປີ ເປັນພະນັກງານບຳນານປະຈຸບັນຢູ່ບ້ານນໍ້າໂມ້ ເມືອງອະນຸວົງ ແຂວງໄຊສົມບູນ ທີ່ໄດ້ຢຶດຖືການລ້ຽງປາເປັນສິນຄ້າສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ຢ່າງຫຼວງຫຼາຍເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບມີຖານະໝັ້ນຄົງ ແລະຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ທ່ານ ພູມີ ສີວັນລາ ໃຫ້ຮູ້ວ່າ: ສຳລັບການບຸກເບີກໜອງປາແຫ່ງນີ້ແມ່ນໄດ້ລິເລີ່ມລົງມືເຮັດໃນ ໄລຍະປີ 1999 ຫາ ປີ 2000 ເປັນຕົ້ນມາແຕ່ເວລານັ້ນການລ້ຽງຂອງເພິ່ນຍັງເຮັດແບບປະຖົມປະຖານ, ປາກໍ່ມີຈຳນວນໜ້ອຍ ແລະໜອງກໍ່ມີຈຳນວນຈຳກັດຊຶ່ງເວົ້າລວມແລ້ວໃນໄລຍະນັ້ນການລ້ຽງຍັງບໍ່ທັນຂະຫຍາຍອອກຢ່າງກວ້າງຂວາງເທົ່າທີ່ຄວນ, ເມື່ອສັງເກດເຫັນວ່າປາເປັນອາຫານທີ່ສັງຄົມໃຫ້ຄວາມຍອມຮັບໃນການບໍລິໂພກເປັນອັນດັບຕົ້ນໆ, ຕະຫຼາດກໍ່ມີຄວາມຕ້ອງການຢ່າງແຜ່ຫຼາຍບວກກັບການລ້ຽງປາ ເປັນສິນຄ້າເພື່ອສະໜອງໃຫ້ແກ່ທ້ອງຕະຫຼາດຂອງປະຊາຊົນບັນດາບ້ານຕ່າງໆ ຢູ່ແຕ່ລະເມືອງໃນຂອບເຂດທົ່ວແຂວງໄຊສົມບູນຍັງມີຈຳນວນໜ້ອຍຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງຂອງສັງຄົມໃນປະຈຸບັນ.

    ດັ່ງນັ້ນເພິ່ນຈຶ່ງໄດ້ຕັດສິນໃຈສຸມທຶນຮອນເຂົ້າໃນການບຸກເບີກໜອງປາຄືນໃໝ່ ແລະ ເລີ່ມລົງມືຈັດຕັ້ງປະຕິບັດຢ່າງຈິງຈັງນັບແຕ່ປີ 2020 ເປັນຕົ້ນມາພ້ອມທັງ ຂະຫຍາຍໜອງປາອອກຕື່ມອີກເປັນ 10 ໜອງ ໂດຍໝູນໃຊ້ເນື້ອທີ່ 2,8 ເຮັກຕາ ແລະຊື້ປາມາປ່ອຍ ຈຳ ນວນ 120.000 ໂຕ ປະກອບມີ 3 ຊະນິດ ຄື: ປາດຸກ 60 ພັນໂຕ, ປານິນ 40 ພັນໂຕ ແລະປາປາກ 20 ພັນໂຕ ຊຶ່ງການລ້ຽງແມ່ນໃຊ້ເວລາ 3 ເດືອນຂຶ້ນໄປຈຶ່ງໄດ້ຂາຍອອກໃຫ້ລູກຄ້າໂດຍແມ່ນບໍລິສັດ ພູເບ້ຍ ມາຍນິງ ເປັນລູກຄ້າຂາປະຈຳໃນການສັ່ງຊື້ ສຳລັບການຂາຍໃຫ້ບໍລິສັດດັ່ງກ່າວແມ່ນຂາຍຢູ່ໃນຈຳ ນວນ 2 ຄັ້ງ ຕໍ່ອາທິດ ໃນນັ້ນປາດຸກແມ່ນສົ່ງຂາຍໃນລະດັບ 150 ກິໂລ ຕໍ່ຄັ້ງ ແລະປານິນ 600 ກິໂລ ຕໍ່ຄັ້ງໂດຍສະເລ່ຍເປັນລາຍຮັບແມ່ນຕົກຢູ່ໃນຈຳນວນເງິນ 30 ລ້ານກວ່າກີບ ຕໍ່ໜຶ່ງອາທິດ ແລະ 142 ລ້ານ ກວ່າກີບຕໍ່ເດືອນ, ອາດເວົ້າໄດ້ວ່າ ເປັນລາຍຮັບທີ່ຢູ່ໃນລະດັບສູງ ແລະຫຼວງຫຼາຍພໍສົມຄວນທັງເປັນຄ່າຕອບແທນທີ່ສົມກັບເຫື່ອແຮງທີ່ເພິ່ນໄດ້ບຸກບືນ ແລະທຸ້ມເທຢູ່ກັບການລ້ຽງປາຕະຫຼອດມາ.

    ນອກຈາກຈະສົ່ງຂາຍໃຫ້ບໍລິສັດ ພູເບ້ຍ ມາຍນິງ ເປັນຕົ້ນຕໍແລ້ວເພິ່ນຍັງໄດ້ຂາຍໃຫ້ປະຊາຊົນພາຍໃນບ້ານນໍ້າໂມ້ທີ່ມາສັ່ງຊື້ກັບໜອງນຳອີກ ແລະຄາດວ່າອີກບໍ່ດົນອາດຈະໄດ້ສົ່ງຂາຍໃຫ້ຕະຫຼາດແຕ່ລະ ເມືອງໃນຂອບເຂດ ທົ່ວແຂວງໄຊສົມບູນ ຢ່າງແນ່ນອນ, ຄອບຄົວ ຂອງທ່ານ ພູມີ ສີວັນລາ ນອກ ຈາກຈະມີລາຍຮັບອັນຫຼວງຫຼາຍ ຈາກການຂາຍປາທີ່ເປັນລາຍຮັບຫຼັກແລ້ວເພິ່ນຍັງມີລາຍຮັບເສີມ ຈາກການຂາຍຜັກແຕ່ລະສະນິດເປັນລາຍຮັບສຳຮອງໃນແຕ່ລະມື້ ຕື່ມອີກ ຊຶ່ງລາຍຮັບຕົວຈິງຈາກການຂາຍຜັກໂດຍສະເລ່ຍເປັນຈຳນວນເງິນ ເກືອບ 8 ລ້ານກີບ ຕໍ່ເດືອນ, ເວົ້າລວມແລ້ວຄອບຄົວຂອງເພິ່ນເປັນຄອບຄົວທີ່ມີຄວາມມັກຮັກໃນການປູກຝັງ-ລ້ຽງສັດ ຜະລິດເປັນສິນຄ້າຢ່າງສະເໝີຕົ້ນສະເໝີປາຍຕະຫຼອດມາຊຶ່ງການຢຶດຖືອາຊີບດັ່ງກ່າວມັນກໍ່ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ຢ່າງເປັນກອບເປັນກຳ ແລະ ຫຼວງຫຼາຍໃນແຕ່ລະເດືອນ.

    ສຳລັບການບົວລະບັດຮັກສາກໍ່ບໍ່ມີຄວາມຫຍຸ້ງຍາກພໍປານໃດເນື່ອງຈາກວ່າປາບໍ່ຄ່ອຍຈະມີພະຍາດເຂົ້າມາບຽດບຽນເໝືອນກັບສັດລ້ຽງປະເພດອື່ນໆ ພຽງແຕ່ໝັ່ນ ຮັກສານໍ້າບໍ່ໃຫ້ຮົ່ວໄຫຼອອກຈາກໜອງປາ ແລະເກືອອາຫານໃຫ້ເປັນປົກກະຕິໃນແຕ່ລະມື້ພຽງທໍ່ນີ້ປາກໍ່ຈະເຕີບໃຫຍ່ຂະຫຍາຍໂຕ, ແຂງແຮງ ແລະຂາຍໄດ້ຕາມຄວາມຕ້ອງການ, ອີກຢ່າງໜຶ່ງວິຊາການຈາກ ບໍລິສັດ ພູເບ້ຍ ມາຍນິງ ກໍ່ລົງມາໃຫ້ຄວາມໃກ້ຊິດຕິດແທດຢ່າງສະໝໍ່າສະເໝີຊຶ່ງວິຊາການຂອງບໍລິສັດໄດ້ລົງມາແນະນຳ ແລະໃຫ້ຄວາມຮູ້ດ້ານເຕັກນິກການລ້ຽງ, ການບົວລະບັດຮັກສາປາໃຫ້ຈະເລີນເຕີບໂຕ ແລະເປັນທີ່ຍອມຮັບຂອງລູກຄ້າ.

   ຜ່ານຈາກການຢຶດຖືອາຊີບລ້ຽງປາຜະລິດເປັນສິນຄ້າເຮັດໃຫ້ຄອບຄົວຂອງ ທ່ານ ພູມີ ສີວັນລາ ມີຖານະດີຂຶ້ນກວ່າເກົ່າ, ຊີວິດການເປັນຢູ່ໄດ້ຮັບການປັບປຸງຢ່າງຮອບ ດ້ານ, ເສດຖະກິດຄອບຄົວໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງຊຶ່ງທ່ານໄດ້ກາຍເປັນບຸກຄົນ ແລະຄອບຄົວແບບຢ່າງທີ່ດີໃຫ້ແກ່ຫຼາຍໆ ຄອບຄົວພາຍໃນບ້ານນໍ້າໂມ້ ເມືອງອະນຸວົງ ແຂວງໄຊສົມບູນ ໄດ້ຮຽນເອົາປະສົບການ ແລະມູນເຊື້ອດຸໝັ່ນຂະຫຍັນພຽນຂອງເພິ່ນໄປພັດທະນາເສດຖະກິດຄອບຄົວຂອງຕົນໃຫ້ມີຢູ່ມີກິນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກຊຶ່ງເພິ່ນໄດ້ສູ້ຊົນປະຕິບັດຕາມຄຳເວົ້າທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ປາກົດຜົນເປັນຈິງ, ຍ້ອນຄວາມດຸໝັ່ນ, ຊື່ສັດ, ປະຢັດ ແລະອົດທົນບວກກັບຄວາມມີຫົວຄິດປະດິດສ້າງໃນການທຳມາຫາກິນທີ່ບໍ່ຂັດກັບລະບຽບກົດໝາຍຂອງບ້ານເມືອງກ້າຄິດ, ກ້າເຮັດ, ແລະກ້າຕັດສິນໃຈຈຶ່ງເຮັດໃຫ້ຄອບຄົວຂອງທ່ານ ພູມີ ສີວັນລາ ມີຢູ່ມີກິນ ແລະຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.