4 ພັນຄົວເຮືອນ ໃນສອງແຂວງຖືກນ້ຳຖ້ວມຈະໄດ້ຮັບການຊຸກຍູ້ດ້ານກະສິກຳ

  ໂຄງການຟື້ນຟູ ແລະກໍ່ສ້າງຂະແໜງກະສິກຳຄືນໃໝ່, ພາຍຫຼັງຈັດຕັ້ງປະຕິບັດສຳເລັດຈະຊ່ວຍໃຫ້ປະຊາຊົນ 4 ພັນຄົວເຮືອນທີ່ຖືກກະທົບຈາກໄພນ້ຳຖ້ວມໃນປີຜ່ານມາຈະໄດ້ຮັບການຊຸກຍູ້ດ້ານກະສິກຳທີ່ລວມມີພືດພັນ ແລະການລ້ຽງສັດນ້ຳຕ່າງໆເພື່ອການຟື້ນຟູທີ່ຍືນຍົງ ແລະການສ້າງຄືນໃໝ່ທີ່ດີກວ່າເກົ່າ ແລະປອດໄພກວ່າເກົ່າທ່ານ Nasar HAYAT ຜູ້ຕ່າງ ໜ້າຈາກອົງການ FAO ກ່າວໃນພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນໃຫ້ແກ່ຂົງເຂດທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ລາວຜ່ານມາວ່າ: ໃນນາມຕາງໜ້າໃຫ້ອົງການ FAO, ຂ້າພະເຈົ້າຂໍສະແດງຄວາມຍິນດີ ແລະ ຊົມເຊີຍລັດຖະບານຍີ່ປຸ່ນ , ສຳລັບການຊຸກຍູ້ດ້ານກະສິກຳຢ່າງຕໍ່ເນື່ອງໃຫ້ແກ່ FAO ປະຈຳລາວອັນເປັນຂົງເຂດໜຶ່ງທີ່ສຳຄັນ ແລະ ຈຳເປັນຊຶ່ງກວມເອົາແຮງງານກວ່າ 72%, ໂດຍ ເປັນຜົນຈາກໄພນ້ຳຖ້ວມຄັ້ງຮ້າຍແຮງ ໃນເດືອນກໍລະກົດ-ສິງຫາປີກາຍ, ຂະ ແໜງກະສິກຳ ໄດ້ຖືກກະທົບຢ່າງໜັກ, ປະຊາຊົນ 7,45 ແສນຄົນ ຫຼື 1,28 ແສນຄົວເຮືອນໃນຫຼາຍກວ່າ 2,70 ພັນ ບ້ານ ໄດ້ຮັບຜົນກະທົບ ແລະສ້າງຄວາມ ເສຍຫາຍປະມານ 1.227,3 ຕື້ກີບ ໃນຂະແໜງການດັ່ງກ່າວ, ໃນນັ້ນ ສະ ເພາະແຂວງສະຫວັນນະເຂດໄດ້ຮັບ ຄວາມເສຍຫາຍຫຼາຍກວ່າໝູ່  247 ຕື້ກີບ, ຊຶ່ງລວມມີ ໄຮ່ນາ 216 ຕື້ກີບ (29,9% ຂອງເນື່ອທີ່ໄຮ່ນາທັງໝົດ), ພືດຜັກ 8,1 ຕື້ກີບ, ງົວຄວາຍ 5,4 ຕື້ກີບ ແລະ ປະມົງເສຍຫາຍ 2,1 ຕື້ກີບ, ຮອງລົງມາກໍແມ່ນແຂວງຄໍາມ່ວນເສຍຫາຍທັງໝົດ 224 ຕື້ກີບ, ລວມມີໄຮ່ນາ ພືດຜັກ 207 ຕື້ກີບ, ງົວຄວາຍ 4,9 ຕື້ກີບ ແລະປະມົງເສຍຫາຍ 0,96 ຕື້ກີບ.

  ເພື່ອຕອບໂຕ້ຕໍ່ສະຖານະການສຸກເສີນດັ່ງກ່າວ ແລະໂດຍການປະສານງານຢ່າງໃກ້ຊິດກັບກະຊວງກະສິກຳ ແລະປ່າໄມ້, FAO ໄດ້ດຳເນີນການຟື້ນຟູຢ່າງຮີບດ່ວນພ້ອມກັບການສ້າງໃໝ່ທີ່ດີກວ່າເກົ່າ ແລະ ປອດໄພກວ່າເກົ່າ ໂດຍຄຳນຶງເຖິງການ ຟື້ນຟູການດຳລົງຊີວິດຈາກໄພພິບັດ ແລະໂຄງການຄັ້ງນີ້ແມ່ນແນ່ໃສ່ການສ້າງ ໃໝ່ທີ່ດີກວ່າເກົ່າ ແລະປອດໄພກວ່າເກົ່າ, ການຟື້ນຟູການກະເສດ ສຳລັບຄົວເຮືອນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ພ້ອມນັ້ນໂຄງການຍັງຈະຊ່ວຍປັບປຸງການຮັບປະກັນດ້ານໂພສະນາການ ແລະການກະເສດທີ່ສາມາດຟື້ນຕົວໄດ້ຢູ່ບັນດາເມືອງທີ່ໄດ້ຮັບຜົນກະທົບໃນແຂວງຄຳມ່ວນ ແລະສະຫວັນນະເຂດ.

     ທ່ານ Nasar HAYAT ກ່າວຕື່ມວ່າ: ສະນັ້ນໂຄງການໃນຄັ້ງນີ້ແມ່ນຈະຊ່ວຍໃຫ້ຄົວເຮືອນໃນແຂວງສະຫວັນນະເຂດທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ສາມາດຟື້ນຟູການກະເສດໄດ້, ໂດຍການແກ້ໄຂແບບປະສົມປະສານເພື່ອສ້າງລະບົບກະສິກຳຄືນໃໝ່ທີ່ສາມາດຟື້ນຕົວໄດ້ ແລະການດຳລົງຊີວິດຂອງປະຊາຊົນ ກໍໄດ້ຮັບການພັດທະນາ, ທັງນີ້ກໍເພື່ອແຜນ ພັດທະນາກະສິກຳແຂວງທີ່ດີຂຶ້ນຢູ່ສະຫວັນນະເຂດ ແລະຄຳມ່ວນ, ພ້ອມນັ້ນ ຍັງຈະຊ່ວຍໃຫ້ປະຊາຊົນປະມານ 4 ພັນຄົວເຮືອນທີ່ຖືກກະທົບຈາກໄພນ້ຳຖ້ວມໄດ້ຮັບການຊຸກຍູ້ດ້ານກະສິກຳທີ່ລວມມີພືດພັນ ແລະການລ້ຽງສັດນ້ຳຕ່າງໆ, ລວມທັງ ທ່າແຮງຂະແໜງກະສິກໍາ ເພື່ອ ຫຼຸດຜ່ອນຄວາມສ່ຽງດ້ານໄພພິບັດ, ການດັດສົມດ້ານການປ່ຽນແປງດິນຟ້າອາກາດໃນແຂວງຄຳມ່ວນ ແລະສະຫວັນນະເຂດ ຈະຖືກສ້າງໃຫ້ເຂັ້ມແຂງ ເພື່ອການ ຟື້ນຟູທີ່ຍືນຍົງ ແລະການສ້າງຄືນໃໝ່ທີ່ ດີກວ່າເກົ່າ ແລະປອດໄພກວ່າເກົ່າ, ພ້ອມທັງການເຊື່ອມໂຍງການຄຸ້ມຄອງລຸ່ມນ້ຳ, ໂດຍການປະເມີນນິເວດກະເສດຈະປ້ອນເຂົ້າສູ່ແຜນພັດທະນາກະສິກຳແຂວງເພື່ອສ້າງລະບົບຟື້ນຟູກະເສດທີ່ດີກວ່າເກົ່າ.

ຂ່າວ: ພິມພອນ