ເຜີຍແຜ່ປຶ້ມຄູ່ມືສື່ມວນຊົນກັບສິດທິເດັກ

   ກອງປະຊຸມເຜີຍແຜ່ປຶ້ມຄູ່ມືສື່ມວນຊົນກັບສິດທິເດັກໄດ້ຈັດຂຶ້ນໃນຄັ້ງວັນທີ 25 ສິງຫາ 2021 ທີ່ ຫ້ອງປະຊຸມໂຮງແຮມແສງຮຸ່ງເຮືອງ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ສົນທອງ ວີບຸນກວ້າງ ຮອງຫົວໜ້າພະແນກ ຖວທ ແຂວງບໍລິຄຳໄຊ ແລະ ທ່ານ ຕະບອງເພັດ ພຸດທະວົງ ຊ່ຽວຊານດ້ານວຽກງານສື່ມວນຊົນອົງການຢູນີເຊັບປະຈຳລາວພ້ອມດ້ວຍບັນດາຄູຝຶກທີ່ມາຈາກສູນກາງ ແລະນັກຂ່າວວິທະຍຸ, ໂທລະພາບ, ໜັງສືພິມຈາກແຂວງບໍລິຄຳໄຊ, ໄຊສົມບູນ, ຄຳມ່ວນ, ສະຫວັນະເຂດ ແລະແຂວງຈຳປາ ສັກເຂົ້າຮ່ວມ.
   ຈຸດປະສົງຂອງກອງປະຊຸມຄັ້ງນີ້ກໍ່ເພື່ອເຜີຍແຜ່ເນື້ອໃນປຶ້ມຄູ່ມືສື່ມວນຊົນກັບສິດທິເດັກໃຫ້ສື່ມວນຊົນໃນການລາຍງານຂ່າວກ່ຽວກັບເດັກດ້ວຍຄວາມຮັບຜິດຊອບ, ມີຄວາມຖືກຕ້ອງສອດຄ່ອງກັບສົນທິສັນຍາວ່າດ້ວຍສິດທິເດັກ, ກົດໝາຍ, ລະບຽບການ ແລະຫຼັກການໃນການປົກປ້ອງ, ສົ່ງເສີມສິດທິເດັກ ແລະຊ່ວຍໃຫ້ເດັກໄດ້ມີບົດ ບາດໃນສື່ມວນຊົນ. ປຶ້ມສື່ມວນຊົນກັບສິດທິເດັກໄດ້ສັງລວມເອົາບັນຫາສຳຄັນຕ່າງໆ ທີ່ສອດຄ່ອງກັບສົນທິສັນຍາວ່າດ້ວຍສິທິເດັກ ແລະ ນິຕິກຳທີ່ກ່ຽວຂ້ອງມາຜັນຂະຫຍາຍເປັນຄຳແນະນຳການລາຍງານເພື່ອໃຫ້ສື່ມວນຊົນລາວທີ່ເຮັດໜ້າທີ່ໃນການລາຍງານຂ່າວກ່ຽວກັບເດັກຕ້ອງຄຳນຶງເຖິງສິດທິເດັກ ແລະຜົນປະໂຫຍດສູງສຸດຂອງເດັກ.


   ໃນກອງປະຊຸມບັນດານັກສຳມະນາກອນສື່ມວນຊົນນອກຈາກຈະໄດ້ຮັບຮູ້ເຊື່ອມຊຶມກ່ຽວກັບຄວາມເປັນມາຂອງປຶ້ມຄູ່ມືສື່ມວນຊົນກັບສິດທິເດັກ, ພາລະບົດບາດ ແລະຄວາມຮັບຜິດຊອບຂອງສື່ມວນຊົນຕໍ່ເດັກ, ບັນດານິຕິກຳພາຍໃນທີ່ກ່ຽວຂ້ອງກັບປຶ້ມ, ຄຳແນະນຳການລາຍງານຂ່າວກ່ຽວກັບເດັກ ແລະເນື້ອໃນຕົ້ນຕໍໃນການລາຍງານຂ່າວກ່ຽວກັບເດັກແລ້ວບັນດານັກສຳມະນາກອນຍັງຈະໄດ້ແບ່ງກຸ່ມ ແລະຫົວຂໍ້ຂຽນຂ່າວໂດຍສົມມຸດເຫດການແລ້ວມີການປະກອບຄຳເຫັນໃສ່ບົດຂ່າວຂອງແຕ່ລະກຸ່ມນຳອີກເຊິ່ງກອງປະຊຸມຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 3 ວັນ ນັບແຕ່ວັນທີ 25-27 ສິງຫາ 2021 ຈຶ່ງຈະສຳເລັດ.
ພາບ-ຂ່າວ: ອັກສອນສິນ ພົມ ມະຈັນ