ພາບທຳອິດຂອງNokia XR20 ສະມາດໂຟນ ລະດັບກາງກັນນໍ້າໄດ້

  ກ່ອນໜ້ານີ້ບໍ່ດົນ Nokia ໄດ້ເປີດເຜີຍວ່າຈະເປີດໂຕສະມາດໂຟນທີ່ມີດິໄຊທົນທານໃນວັນທີ 27 ມັງກອນ 2021 ນີ້ ແຕ່ຫຼ້າສຸດກໍ່ໄດ້ມີການເປີດເຜີຍພາບທຳອິດຂອງ Nokia XR20 ຈາກກຸ່ມຜູ້ທີ່ມັກ Nokia ຊຶ່ງເຜີຍໃຫ້ເຫັນວ່າສະມາດໂຟນດັ່ງກ່າວສາມາດກັນນໍ້າໄດ້ ໂດຍຈະເປັນມາດຕະຖານລະດັບ IP68.

  ໃນສ່ວນຂອງສະເປກອື່ນໆທີ່ໜ້າສົນໃຈຈາກລາຍງານກ່ອນໜ້ານີ້ມີທັງໄດ້ຮັບການຕິດຕັ້ງຊິບເຊັດ Snapdragon 480 5G ໜ້າຈໍ LCD ຂະໜາດ 6,67 ນິ້ວ ແລະຄວາມລະອຽດ HD+ ແຣມ 4GB ກ້ອງຫຼັງ 48+13 ລ້ານພິກເຊລ ແລະແບດເຕີຣີ 5.000mAh

  ໂດຍລວມແລ້ວເບິ່ງຄືວ່າ Nakia XR20 ຈະຍັງຄົງມາພ້ອມດິໄຊຄລາສສິກຕາມແບບສະບັບຂອງ Nokia ໂດຍມີສະເປັກລະດັບກາງທີ່ຮອງຮັບການເຮັດວຽກໄດ້ຮອບດ້ານ ແລະແນ່ນອນວ່າຈະຮອງຮັບການອັບເດດຊອຟແວຣ ແລະຄວາມປອດໄພຕໍ່ເນື່ອງຫຼາຍປີ ຊຶ່ງເປັນຈຸດເດັ່ນຂອງ Nokia ມາໂດຍຕະຫຼອດຢ່າງໃດກໍດີເຮົາຈະໄດ້ຊາບຂໍ້ມູນສະເປກໂດຍລະອຽດຂອງສະມາດໂຟນດັ່ງກ່າວໃນໄວໆນີ້.

----

ໜັງສືພິມ ເສດຖະກິດ-ສັງຄົມ