ເລື່ອງຂອງໝາກນໍ້ານົມ ຫຼື ໝາກຢາງ ທີ່ທ່ານອາດຍັງບໍ່ຮູ້

  ຖ້າເວົ້າເຖິງໝາກນໍ້ານົມ ຫຼື ໝາກຢາງໜ້ອຍຄົນທີ່ຈະບໍ່ຮູ້ເພາະມີຂາຍໃນຕະຫຼາດລາຄາບໍ່ແພງອີກແຖມຍັງມີລົດຊາດຫວານແຊບຖືກໃຈຫຼາຍໆ.

  ຄົນມື້ນີ້ຜູ້ຂຽນຈະພາມາຮູ້ຈັກກັບໝາກນໍ້ານົມ ຫຼື ໝາກຢາງຫຼາຍຂຶ້ນ, ໝາກນໍ້ານົມເປັນໝາກໄມ້ພື້ນບ້ານຊະນິດໜຶ່ງທີ່ພົບຫຼາຍໃນຂອບ ເຂດປະເທດເຮົານອກຈາກນີ້, ຍັງພົບໃນປະເທດໄທ, ຟີລິປິນ, ຫວຽດນາມ ແລະກໍາປູເຈຍ, ໝາກນໍ້ານົມມີລັກສະນະເປັນໝາກກົມໃນປະເທດລາວພົບເຫັນຢູ່ສອງຊະ ນິດຄື: ສີມ່ວງແດງ ແລະສີຂຽວລົດຊາດຫວານຫອມກິນເປັນໝາກໄມ້ສົດນອກຈາກນັ້ນໝາກນໍ້ານົມຍັງອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະຊ່ວຍແກ້ຮ້ອນໃນ ແລະເປືອກໃຊ້ເປັນຢາຊູກໍາລັງ (ໂດຍນໍາເອົາເປືອກໄປຕົ້ມກິນນໍ້າ).

-----

ຮຽບຮຽງ: ຟ້າ