ພຣະອາຈານ ຄຳພັກ ພົມມະໄຊ ມອບເຄື່ອງໃຫ້ໂຮງໝໍແຂວງຈຳປາສັກ

  ເພື່ອເປັນການປະກອບສ່ວນຊຸກຍູ້ເຂົ້າໃນວຽກງານການຄວບຄຸ້ມ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ຢູ່ໂຮງໝໍ ແຂວງຈຳປາສັກ.

  ໃນວັນທີ 23 ສິງຫາ 2021 ພຣະອາຈານ ຄຳພັກ ພົມມະໄຊ ກຳມະການ ອພສ ແຂວງຈຳປາສັກ, ເຈົ້າຄະນະ ອພສ ເມືອງຊະນະສົມບູນ ພ້ອມດ້ວຍພຣະອາຈານຄຳໝັ້ນທະນະບັດຄະນະປະຈຳ ອພສ ເມືອງສືບຕໍ່ມອບເຄື່ອງບໍລິໂພກປະກອບມີ: ນໍ້າດື່ມ, ເຂົ້າສຸກ, ອາຫານແຫ້ງ ແລະເຂົ້າໜົມຕີເປັນມູນຄ່າ: 2 ລ້ານກີບ, ໃຫ້ແກ່ໂຮງໝໍແຂວງຈຳປາສັກ.

  ເຂົ້າຮ່ວມໃນພິທີມອບ-ຮັບເຄື່ອງຊ່ວຍເຫຼືອຄັ້ງນີ້: ມີທ່ານ ດຣ ນາງ ຈັນປະສົງ ຈຽມສີສຸລາດ ຮອງຜູ້ອຳນວຍການໂຮງໝໍແຂວງຈຳປາສັກ, ທ່ານ ດຣ ຄິດສະແຫວງ ສີສຸລາດ ຮອງຜູ້ອຳນວຍການໂຮງໝໍແຂວງຈຳປາສັກພ້ອມດ້ວຍທ່ານ ຮຸງອາລຸນ ພີມຈັນ ໂດຍຕາງໜ້າໃຫ້ກັບສິດ-ສານຸສິດ ຂອງພຣະອາຈານ ແລະພະນັກງານແພດໝໍພາຍໃນໂຮງໝໍແຂວງຈຳປາສັກ.

----

ໂດຍ: ແຫຼມສີນໄຊ ສໍປະເສີດ