ຈະພັດທະນາເຂດເສດຖະກິດພິເສດສາມແຈປະເທດ ລາວ-ຈີນ-ຫວຽດນາມ

ຂ່າວ: ແສງຄຳ ສາລີວັນ 

    ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ-ສຳຫຼວດ, ເກັບກຳຂໍ້ມູນຄວາມເປັນໄປໄດ້ ໃນການພັດທະນາ ແລະກໍ່ສ້າງເຂດເສດຖະກິດພິເສດຢູ່ເຂດສາມແຈປະເທດລາວ-ຈີນ-ຫວຽດນາມ ທີ່ເມືອງຍອດອູ ແຂວງຜົ້ງສາລີລະຫ່ວາງອົງການປົກຄອງແຂວງຜົ້ງສາລີກັບກຸ່ມບໍລິສັດ ຢູເຈີງ ລົງທຶນ ຈຳກັດ ສປ ຈີນ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍຂອງວັນທີ 24 ສິງຫາ 2021 ຢູ່ຫ້ອງປະຊຸມຊັ້ນ 5 ຂອງຫ້ອງວ່າການແຂວງ. ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ, ມີທ່ານ ວິສອນ ລາວເມົາ ຮອງເຈົ້າແຂວງ, ຜູ້ຊີ້ນຳຂົງເຂດເສດຖະກິດ, ທ່ານເຈົ້າເມືອງໆຍອດອູ, ມີບັນທ່ານຫົວໜ້າພະແນກການທີ່ກ່ຽວຂ້ອງ, ປະທານກຸ່ມບໍລິສັດ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີ ທ່ານ ນາງ ຄຳມະລາ ສຸວົງ ຮອງຫົວໜ້າພະແນກແຜນການ ແລະການລົງທຶນແຂວງກໍ່ໄດ້ຂຶ້ນສະເໜີກ່ຽວກັບບາງເນື້ອໃນໃນບົດບັນທືກ MOU ຕະຫຼອດໄລຍະອາຍຸຂອງ MOU ບໍລິສັດຈະຕ້ອງປະຕິບັດໜ້າວຽກເປັນຕົ້ນແມ່ນສຶກສາ-ສໍາຫຼວດ, ລົງເກັບກໍາຂໍ້ມູນເພື່ອພັດທະນາ ແລະກໍ່ສ້າງເຂດເສດຖະກິດພິເສດຢູ່ເຂດສາມແຈປະເທດ ລາວ-ຈີນ-ຫວຽດນາມ ທີ່ເມືອງຍອດອູ ແຂວງຜົ້ງສາລີ ໂດຍຈະເລັ່ງໃສ່: ສຶກສາ-ສຳຫຼວດ, ເກັບກຳຂໍ້ມູນກ່ຽວກັບການນຳໃຊ້ທີ່ດິນໃນປະຈຸບັນ ແລະ ອາດມີການປ່ຽນແປງລວມມີປະເພດທີ່ດິນ, ສະຖານທີ່, ເນື້ອທີ່ທຳການຜະລິດຂອງປະຊາຊົນ ແລະອື່ນໆ; ສຶກສາ-ສຳຫຼວດອອກແບບໂຄງການກໍ່ສ້າງເສັ້ນທາງແຕ່ບ້ານໃຫຍ່ອູເໜືອຫາຊາຍ ແດນສາມແຈປະເທດ; ສຶກສາ-ສໍາຫຼວດ ພື້ນທີ່ປະມານ 250 ກິໂລຕາແມັດ; ໃນນີ້, ເຂດການບໍລິການ-ການທ່ອງທ່ຽວປະມານ 100 ກິໂລຕາແມັດ ແລະເຂດກະສິກໍາ ແລະອຸດສາຫະກໍາ 150 ກິໂລຕາແມັດ, ສືກສາ-ສຳຫຼວດສະພາບທີ່ດິນ, ທຳມະຊາດ, ເສດຖະກິດ-ສັງຄົມ ແລະປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ; ສັງລວມບົດລາຍງານການສຳຫຼວດເຂດແດນ ແລະແຜ່ນທີ່ເຂດແດນການສຳຫຼວດວັດແທກ, ສະຖິຕິການຄິດໄລ່ຂອງຕອນດິນ ແລະເນື້ອທີ່ດິນ; ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ; ແຜນການຕິດຕາມ, ກວດກາສິ່ງແວດລ້ອມ; ແຜນການຕິດຕາມກວດກາສັງຄົມ; ແຜນວາດລວມຂອງການພັດທະນາໂຄງການ ແລະແຜນຜັງການກໍ່ສ້າງເບື້ອງຕົ້ນ. ການສໍາຫຼວດ, ເກັບກໍາຂໍ້ມູນໃນຄັ້ງນີ້ເປັນການດໍາເນີນການເບື້ອງຕົ້ນເພື່ອເປັນບ່ອນອີງໃນການສ້າງແຜນແມ່ບົດການພັດທະນາ, ພາຍຫຼັງສໍາເລັດການສໍາຫຼວດ ແລະເກັບກໍາຂໍ້ມູນແລ້ວກຸ່ມບໍລິສັດຈະໄດ້ກໍານົດເຂດພັດທະນາ ຫຼືເຂດໂຄງການການລົງທຶນຢ່າງລະອຽດລາຍງານຕໍ່ອົງການປົກຄອງແຂວງ ແລະ ສະເໜີໃຫ້ລັດຖະບານເພື່ອພິຈາລະນາຕາມແຕ່ລະກໍລະນີໂດຍສອດຄ່ອງກັບລະບຽບ, ຂັ້ນຕອນຂອງກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ. ພ້ອມກັນນັ້ນທາງບໍລິສັດເຫັນດີມອບເງິນຄຸ້ມຄອງໂຄງການໃຫ້ຄະນະກໍາມະການສົ່ງເສີມ ແລະຄຸ້ມຄອງການລົງທຶນຂັ້ນແຂວງ ຈຳນວນ 80 ລ້ານກີບ ຕະຫຼອດອາຍຸ ຂອງ MOU, ບົດບັນທຶກຄວາມເຂົ້າໃຈສະບັບນີ້ມີອາຍຸ 18 ເດືອນພາຍຫຼັງເຊັນ MOU ແລ້ວບໍລິສັດຕ້ອງເລີ່ມຈັດຕັ້ງປະຕິບັດພາຍໃນ 30 ວັນ ນັບແຕ່ມື້ລົງນາມບົດບັນ ທຶກຄວາມເຂົ້າໃຈສະບັບນີ້. 

  ຈາກນັ້ນກໍ່ໄດ້ພ້ອມກັນລົງນາມເຊັນບົດບັນທືກຮ່ວມກັນໂດຍຕ່າງໜ້າຝ່າຍອົງການປົກຄອງແຂວງເຊັນໂດຍ ທ່ານ ທອງສຸກ ເປົາສຸລີ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງ ແລະ ຝ່າຍບໍລິສັດເຊັນໂດຍ ທ່ານ ເຊີນປີງ ປະທານກຸ່ມບໍລິສັດ ຢູເຈີງ ລົງທຶນ ຈຳກັດ ສປ ຈີນ ແລະ ຝ່າຍພະຍານເຊັນໂດຍ ທ່ານ ສົມຫັວງ ສຸມວີໄລ ເຈົ້າເມືອງໆຍອດອູໂດຍຊ່ອງໜ້າຈາກ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຄີພິຍານ.