ຊາວໜຸ່ມລາວ-ຊາວໜຸ່ມກອມມູນິດຈີນ ຈັດງານພົບປະມິດຕະພາບ

    ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຮ່ວມກັບຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງຫຼວງພະບາງ ໄດ້ຈັດງານພົບປະມິດຕະພາບລະຫວ່າງຊາວໜຸ່ມ ລາວ-ຊາວໜຸ່ມກອມມູນິດຈີນຂຶ້ນໃນລະຫວ່າງວັນທີ 18-23 ສິງຫາ ທີ່ນະຄອນຫຼວງວຽງຈັນ ແລະແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ສະຫາຍ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ສະມາຊິກສະພາແຫ່ງ ຊາດຊຸດທີ 9 ເຂດ 1 ນະຄອນຫຼວງວຽງຈັນ ແລະ ຝ່າຍ ສປ ຈີນ ແມ່ນສະຫາຍ ລີ ຈື່ກົງ ຫົວໜ້າກົງສູນໃຫຍ່ ສປ ຈີນ ປະຈຳເຂດພາກເໜືອຂອງ ສປປ ລາວ, ມີແຂກຖືກເຊີນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ງານດັ່ງກ່າວໄດ້ຈັດຂຶ້ນເພື່ອເປັນການສະເຫຼີມສະຫຼອງສອງວັນປະຫວັດສາດຄື: ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ 60 ປີ, ໂດຍຖືເອົາໂອກາດດັ່ງກ່າວເຜີຍແຜ່ມູນເຊື້ອວັນຢຶດອຳນາດ 23 ສິງຫາ ຂອງ ສປປ ລາວ (23 ສິງຫາ 1946- 23 ສິງຫາ 2021; 23 ສິງຫາ 1975-23 ສິງຫາ 2021) ຊຶ່ງໃຫ້ກຽດປາຖະກະຖາສອງວັນປະຫວັດສາດດັ່ງກ່າວໂດຍ ສະຫາຍ ບຸນຕາ ເທບພະວົງ ແລະ ສະຫາຍ ສຸກັນ ບຸນຍົງ ຮອງເລຂາຄະນະພັກປະທານແນວລາວສ້າງຊາດແຂວງຫຼວງພະບາງ. ນອກນັ້ນ, ຍັງໄດ້ຈັດກິດຈະກໍາມອບເຄື່ອງອຸປະໂພກບໍລິໂພກໄປມອບໃຫ້ແກ່ຄະນະຊາວໜຸ່ມ ແລະປະຊາຊົນເມືອງຊຽງເງິນ ແຂວງຫຼວງພະບາງ. ຈາກນັ້ນ, ກໍໄດ້ລົງຢ້ຽມຊົມ, ພົບປະໃຫ້ກຳລັງໃຈແກ່ຊາວໜຸ່ມລາວ ແລະຊາວໜຸ່ມຈີນທີ່ກຳລັງເຮັດວຽກຢູ່ໂຄງການກໍ່ສ້າງສະຖານີລົດໄຟລາວ-ຈີນ ທີ່ແຂວງຫຼວງພະບາງຊຶ່ງເຫັນວ່າຊາວໜຸ່ມລາວ-ຈີນ ໄດ້ຕັ້ງໜ້າປະກອບສ່ວນວຽກງານຢ່າງຫ້າວຫັນ, ການພົວພັນ-ຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.
    ງານພົບປະມິດຕະພາບຄັ້ງນີ້, ໄດ້ເຮັດໃຫ້ ສປປ ລາວ ແລະ ສປ ຈີນ ເວົ້າລວມ, ເວົ້າສະເພາະສອງຊາວໜຸ່ມລາວ-ຈີນ ມີຄວາມສາມັກຄີ, ຮັກແພງສະໜິດແໜ້ນດີຂຶ້ນເລື້ອຍໆ ຊຶ່ງເຮັດໃຫ້ການໃກ້ຊິດ, ຊ່ວຍເຫຼືອຊຶ່ງກັນຫຼາຍຂຶ້ນ.