ຄຳມ່ວນ ຮ່ວມຫາລືປະກອບຄຳເຫັນຕໍ່ຮ່າງ ລາຍງານການເມືອງ

ຂ່າວ: ກອງຄຳ

  ວັນທີ 24 ສິງຫາ 2021 ທ່ານ ສຸກກະເສີມ ອຸດອນ ຮອງປະທານແນວລາວສ້າງຊາດແຂວງຄຳມ່ວນພ້ອມຄະນະໄດ້ເຂົ້າຮ່ວມກອງປະຊຸມທາງໄກກ່ຽວກັບການປຶກສາຫາລື, ປະກອບຄຳຄິດເຫັນຕໍ່ເນື້ອໃນຮ່າງລາຍງານການເມືອງ, ແຜນພັດທະນາອົງການແນວລາວສ້າງຊາດ ແລະ ກົດລະບຽບສະໄໝທີ XI ຂອງແນວລາວສ້າງຊາດ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາປະທານ-ຮອງປະທານ, ຄະນະກໍາມະການແນວ ລາວສ້າງຊາດປະຈຳແຂວງໃນຂອບເຂດທົ່ວປະເທດເຂົ້າຮ່ວມ.


  ກອງປະຊຸມໄດ້ຜ່ານຮ່າງລາຍງານການເມືອງ, ຕີລາຄາສະພາບການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ (2016-2020) ຂອງອົງການແນວລາວສ້າງຊາດ, ວິໄສທັດ, ແຜນຍຸດທະສາດການພັດທະນາອົງການແນວລາວສ້າງຊາດ 2021-2025, ຜ່ານຮ່າງກົດລະບຽບສະໄໝທີ XI ຂອງແນວລາວສ້າງຊາດ, ຊຶ່ງປະກອບມີ 10 ໝວດ 52 ມາດຕາ, ໃນນີ້ມີມາດຕາທີ່ສ້າງໃໝ່ຈຳນວນ 24 ມາດຕາ ແລະປັບປຸງໃໝ່ 28 ມາດຕາ, ທຽບໃສ່ກົດລະບຽບຂອງແນວລາວສ້າງຊາດສະໄໝທີ X ເພີ່ມຂຶ້ນ 9 ມາດຕາ.
   ຈາກນັ້ນ, ຄະນະກຳມະການ, ອົງການແນວລາວສ້າງຊາດບັນດາແຂວງກໍໄດ້ປະກອບຄຳຄິດຄຳເຫັນເປັນຕົ້ນດ້ານໂຄງສ້າງຂອງຮ່າງລາຍງານການເມືອງ, ໂຄງຮ່າງແຜນພັດທະນາອົງການແນວລາວສ້າງຊາດ, ຄຳຂວັນຂອງກອງປະຊຸມທີ່ເຫັນວ່າຍັງສອດຄ່ອງກັບມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະພາລະບົດບາດຂອງ ແນວລາວສ້າງຊາດລວມເຖິງກົດລະບຽບຂອງແນວລາວສ້າງຊາດເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າແນໃສ່ເຮັດໃຫ້ອົງການແນວລາວສ້າງຊາດມີການບູລະນະ ແລະ ຫັນປ່ຽນໃໝ່ສາມາດຜ່ານຜ່າກັບຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆ ກ້າວໄປເຖິງການພັດທະນາໃຫ້ນັບມື້ດີຂຶ້ນເລື້ອຍໆ.