ບົວລະພາວາງສະແດງສິນຄ້າກະສິກຳ

  ວັນທີ 25 ສິງຫາ 2021 ທີ່ເດີ່ນຕະຫຼາດເມືອງບົວລະພາໄດ້ຈັດພິທີເປີດງານວາງສະແດງສິນຄ້າກະສິກຳຂອງພໍ່ແມ່ປະຊາຊົນ 17 ບ້ານເປົ້າໝາຍຂອງໂຄງການຮ່ວມມືເພື່ອປັບປຸງວຽກງານຄໍ້າປະກັນສະບຽງອາຫານ ແລະໂພ ຊະນາການ (FPP) ໂດຍພາຍໃຕ້ການເປັນປະທານຂອງທ່ານ ສຸກຂະເສີມ ແກ້ວຈັນທະລາຮອງເຈົ້າເມືອງບົວລະພາ, ເຂົ້າຮ່ວມມີທ່ານ ນາງ ດາລຸນນີ ໄຊຍະບຸດຮອງຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງຄຳມ່ວນພ້ອມດ້ວຍບັນດາການນຳພາຍໃນເມືອງ ແລະພາກສ່ວນທີ່ກ່ຽວຂ້ອງພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມນຳຢ່າງພ້ອມພຽງ.

  ທ່ານ ບຸນມີ ໄຊສະຫວັນ ຮອງຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງ ກໍ່ໄດ້ຜ່ານບົດສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານໂຄງການຮ່ວມມືເພື່ອປັບປຸງວຽກງານຄໍ້າປະກັນສະບຽງອາຫານ ແລະໂພຊະນາການ (FPP) ຂອງຊົມຊົນກໍ່ຄືບ້ານເປົ້າໝາຍທີ່ມີຄວາມສ່ຽງທາງດ້ານການຂາດສານອາຫານ.

  ຈາກນັ້ນ ທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງກໍ່ໄດ້ໂອ້ລົມໃຫ້ທິດຊີ້ນຳເບື້ອງຕົ້ນທ່ານກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາການຈັດຕັ້ງບ້ານນາຍບ້ານທີ່ໄດ້ປຸກລະດົມພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມການຈັດຕັ້ງປະຕິບັດວຽກງານໂຄງການດັ່ງກ່າວພ້ອມກັນນັ້ນທ່ານຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທັງ 17 ບ້ານເປົ້າໝາຍຂອງໂຄງການກໍ່ຄືພໍ່ແມ່ປະຊາຊົນພາຍໃນເມືອງບົວລະພາຕ້ອງໄດ້ພ້ອມກັນສືບຕໍໍ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ໄດ້ຮັບການພັດທະນາທີ່ດີຂຶ້ນເລື້ອຍໆ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານໄດ້ຮັບການພັດທະນາທີ່ດີຂຶ້ນເທື່ອລະກ້າວ.

  ທ່ານ ສຸກຂະເສີມ ແກ້ວຈັນທະລາ ຮອງເຈົ້າເມືອງ ບົວລະພາ ປະທານຊີ້ນຳວຽກງານໂພສະນາ ການເມືອງ ກໍ່ໄດ້ເນັ້ນໜັກຕື່ມຕໍ່ບັນດາພໍ່ແມ່ປະຊົນທັງ 17 ບ້ານເປົ້າ ໝາຍກໍ່ຄືພໍ່ແມ່ປະຊາຊົນຊາວເມືອງບົວລະພາຕ້ອງໄດ້ພ້ອມກັນບຸກບືນສູ້ຊົນໃນການສ້າງສາເສດຖະກິດພາຍໃນຂອບຄົວກໍ່ຄືການປູກຝັງ, ລ້ຽງ ສັດເພື່ອມາຮັບໃຊ້ໃນຄອບຄົວ ແລະສືບຕໍ່ເອົາໃຈໃສ່ວຽກງານຂອງໂຄງການໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

----

ໜັງສືພິມ ເສດຖະກິດ-ສັງຄົມ