ຜົນສຳເລັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ

  ໃນວັນທີ 10 ມີນາ 2019, ທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາກຳປູ ເຈຍ-ລາວ-ຫວຽດນາມ ຂອງ ສປປ ລາວ ພ້ອມດ້ວຍຄະນະໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດ ທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12 ທີ່ແຂວງກະແຈະ, ປະເທດກຳປູເຈຍ ພາຍໃຕ້ການເປັນປະທານຂອງທ່ານ ປານ ໂສຣະສັກ (PAN Sorasak), ລັດຖະມົນຕີກະຊວງການຄ້າ, ປະທານຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາແຫ່ງຣາຊະອານາຈັກກຳປູເຈຍ, ເຊິ່ງກໍມີທ່ານ ຫງວຽນ ຈິ ຢຸງ

  (Nguyen Chi Dung), ລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາແຫ່ງ ສສ ຫວຽດນາມ ເຂົ້າຮ່ວມ. ນອກຈາກ ຄະນະຜູ້ແທນຈາກກະຊວງຂະແໜງ ການຕ່າງໆຂອງສາມປະເທດແລ້ວ, ຍັງມີຄະນະຜູ້ແທນຂັ້ນສູງຈາກ 13 ແຂວງ ຂອງເຂດສາມຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ, ໃນນັ້ນລວມມີບັນດາການນຳຂອງແຂວງສາລະວັນ, ແຂວງເຊກອງ,ແຂວງອັດຕະປື ແລະ ແຂວງຈໍາປາສັກ ຂອງ ສປປ ລາວ ກໍ່ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

  ກອງປະຊຸມຄັ້ງນີ້ໄດ້ທົບທວນຄືນຄວາມຄືບໜ້າການຈັດຕັ້ງປະຕິບັດຜົນຂອງກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາກຳປູ ເຈຍ-ລາວ-ຫວຽດນາມ (JCC) ຄັ້ງທີ 11 ໃນເດືອນທັນວາ 2017 ທີ່ ແຂວງບິງເຟືອກ, ສສ ຫວຽດນາມ ແລະ ກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະ ນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 ໃນເດືອນມີນາ 2018 ທີ່ ຮ່າໂນ້ຍ, ສສ ຫວຽດນາມ ແລະພ້ອມກັນປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ. ໃນໂອກາດກອງປະຊຸມດັ່ງກ່າວ, ທ່ານລັດຖະມົນຕີຂອງ 3 ປະເທດໄດ້ເຫັນດີຮັບຮອງ ແລະລົງນາມບົດບັນທຶກຂອງກອງປະຊຸມຄະນະກຳມະການປະ ສານງານຮ່ວມເຂດສາມຫຼ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12 ເພື່ອເປັນບ່ອນອີງ ໃນການສືບຕໍ່ຈັດຕັ້ງປະຕິບັດວຽກງານການຮ່ວມມືໃນຕໍ່ໜ້າລະຫວ່າງສາມປະເທດກໍຄື 13 ແຂວງໃນເຂດສາມຫຼ່ຽມພັດທະນາທັງນີ້ກໍເພື່ອຈະລາຍງານຕໍ່ກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາກໍາປູເຈຍ-ລາວ -ຫວຽດນາມ ຄັ້ງທີ 11, ເຊິ່ງ ສປປ ລາວ ຈະເປັນເຈົ້າພາບໃນຕົ້ນປີ 2020 ທີ່ຈະມາເຖິງນີ້.

  ກອງປະຊຸມໄດ້ຮັບຊາບຄວາມຄືບໜ້າຂອງການເຄື່ອນໄຫວວຽກງານດ້ານຕ່າງໆລະຫວ່າງ 3 ປະເທດກໍຄືບັນດາແຂວງໃນເຂດສາມຫລ່ຽມພັດທະນາຈາກໝາ ກຜົນຂອງກອງປະຊຸມລະດັບຕ່າງໆ ແລະກິດຈະກຳປິ່ນອ້ອມທີ່ໄດ້ຈັດຂຶ້ນໃນໂອກາດກອງປະຊຸມຄັ້ງນີ້, ຊື່ງລວມມີກອງປະຊຸມເຈົ້າໜ້າທີ່ອາວຸໂສ, ກອງປະຊຸມອະ ນຸກໍາມະການດ້ານເສດຖະກິດຄັ້ງທີ 11, ກອງປະຊຸມອະນຸກໍາມະການດ້ານຄວາມຫມັ້ນຄົງ ແລະວຽກງານການຕ່າງປະເທດ ຄັ້ງທີ 11, ກອງປະຊຸມອະນຸກໍາມະການສັງຄົມ ແລະສິ່ງ ແວດລ້ອມ ຄັ້ງທີ 9 ແລະກອງປະຊຸມອະນຸກໍາມະການປະສານງານລະດັບແຂວງ ຄັ້ງທີ 10 ລວມທັງຜົນການຈັດງານວາງສະແດງການຄ້າ ແລະ ການທ່ອງທ່ຽວ, ເວທີປຶກສາຫາລືຊາວໜຸ່ມຄັ້ງທີ 8 ແລະ ກອງປະຊຸມສໍາມະນາວ່າດ້ວຍການສົ່ງເສີມການຄ້າ, ການລົງທຶນ ແລະການທ່ອງທ່ຽວຄັ້ງທີ 12.

  ກອງປະຊຸມລັດຖະມົນຕີຄະນະກຳມະການປະສານງານຮ່ວມເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງຕໍ່ໄປ ຄັ້ງທີ 13 ແມ່ນ ສປປ ລາວ ຈະເປັນເຈົ້າພາບ.

ຂ່າວ: ນສພ ເສດຖະກິດ-ສັງຄົມ