ມອບ-ຮັບໂຄງການກໍ່ສ້າງຫໍພັກພະນັກງານ ການເງິນໄຊສົມບູນ

ໂດຍ: ວຽງໃຈ 

   ພິທີມອບ-ຮັບໂຄງການກໍ່ສ້າງຫໍພັກພະນັກງານພະແນກການເງິນຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ ໄດ້ຈັດຂຶ້ນໃນວັນທີ 1 ກັນຍາ 2021 ລະຫວ່າງບໍລິສັດຈະເລີນ ສັບກໍ່ສ້າງຈຳກັດຜູ້ດຽວໃນນາມຜູ້ຮັບເໝົາໂຄງການ ແລະພະແນກການເງິນແຂວງໄຊສົມບູນເປັນຜູ້ຄຸ້ມຄອງ ແລະນຳໃຊ້ໂດຍມີທ່ານ ສຸກສະຫວາດ ວົງພູມເຫຼັກ ຮອງ ເຈົ້າແຂວງໄຊສົມບູນ, ທ່ານ ທອງປະເສີດ ໄຊຍະລາດ ຫົວໜ້າພະແນກການເງິນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ທ່ານ ສົມສັກ ທິບພະກຸນ ຮອງຂະແໜງຈັດຕັ້ງບໍລິຫານ, ພະແນກການເງິນໄດ້ໃຫ້ຮູ້ວ່າ: ໂຄງການດັ່ງກ່າວ, ເປັນອາຄານ 1 ຊັ້ນ ຈຳນວນ 1 ຫຼັງ, ມີ 10 ຫ້ອງ ແຕ່ລະຫ້ອງມີ 2 ຫ້ອງນອນ 1 ຫ້ອງນໍ້າ 1 ຫ້ອງຄົວກິນປະກອບສິ່ງອຳນວຍຄວາມສະດວກໄຟຟ້ານໍ້າປະປາຄົບຊຸດລວມມູນຄ່າກໍ່ສ້າງທັງໝົດ 2,8 ຕື້ກວ່າກີບ, ໄລຍະການກໍ່ສ້າງເລີ່ມ 15 ກໍສະກົດ 2020 ຫາ 6 ເມສາ 2021 ຈຶ່ງສຳເລັດ ແລະໄດ້ຈັດພິທີມອບຮັບຢ່າງເປັນທາງການໃຫ້ເຈົ້າຂອງໂຄງການນຳໃຊ້ໃນວັນທີ 1 ກັນຍາ 2021.

  ໂອກາດນີ້ ທ່ານ ສຸກສະຫວາດ ວົງພູມເຫຼັກ ໄດ້ມີຄຳເຫັນຕໍ່ພິທີໂດຍທ່ານໄດ້ຮຽກຮ້ອງມາຍັງພະນັກງານ-ລັດຖະກອນພາຍໃນພະແນກການເງິນທີ່ພ້ອມກັນຊົມໃຊ້ຫໍພັກດັ່ງກ່າວໃຫ້ນຳໃຊ້ເປັນບ່ອນພັກເຊົາພ້ອມທັງປົກປັກຮັກສາ ແລະນຳໃຊ້ໃຫ້ເກີດປະໂຫຍດຍາວນານ.