ໄຊສົມບູນ ສ້າງຕັ້ງກອງອາສາສະໝັກຊາວໜຸ່ມຕະລຸມບອນ

ຂ່າວ: ພາພອນ ນະວົງໄຊ

    ຄະນະບໍລິຫານງານຊາວໜຸ່ມ ແຂວງໄຊສົມບູນ ຈັດພິທິປະກາດການສ້າງຕັ້ງກອງອາສາສະໝັກຊາວໜຸ່ມຕະລຸມບອນຂຶ້ນໃນວັນທີ 7 ກັນຍາ 2021 ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງສະຫາຍ ເຍ່ຍ ຊົ່ງ ຫວັງທ່າວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງໄຊສົມບູນ, ມີຮອງປະທານສະພາປະຊາຊົນແຂວງພ້ອມດ້ວຍຫົວໜ້າພະແນກຂົງເຂດອົງການຈັດຕັ້ງມະຫາຊົນຕະຫຼອດຮອດສະຊິກກອງອາສາສະໝັກຊາວໜຸ່ມຕະລຸມບອນ ແຂວງເຂົ້າຮ່ວມ.

   ໃນພິທີໄດ້ຮັບຟັງລາຍງານການກະກຽມຄວາມພ້ອມກ່ຽວກັບການປະກາດສ້າງຕັ້ງກອງອາສາສະໝັກຊາວໜຸ່ມຕະລຸມບອນ ແຂວງໄຊສົມບູນ ຊຶ່ງຄະນະບໍລິຫານງານຊາວໜຸ່ມໄດ້ຖືເອົາວຽກງານຂະບວນການເປັນການປຸກລະດົມຄວາມສາມັກຄີ, ຊຸກຍູ້ສົ່ງເສີມຫົວຄິດປະດິດສ້າງ, ພອນສະຫວັນຂອງຊາວໜຸ່ມ-ເຍົາວະຊົນ, ເປັນບ່ອນຄັດເລືອກເອົາບຸກຄົນດີເດັ່ນທັງເປັນການປູກຈິດສໍານຶກໃຫ້ແກ່ຊາວໜຸ່ມ-ເຍົາວະຊົນລຸ້ນຕໍ່ໄປໄດ້ເອົາເປັນແບບຢ່າງ.ນອກນັ້ນພິທີຍັງໄດ້ຮັບຟັງການຜ່ານມະຕິຕົກລົງຕ່າງໆ ທີ່ຕິດພັນກັບການສ້າງຕັ້ງກອງອາສາສະໝັກຊາວໜຸ່ມຕະລຸມບອນເປັນຕົ້ນແມ່ນກົດລະບຽບຂອງກອງອາສາສະໝັກຊາວໜຸ່ມຕະລຸມບອນ ແລະມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ ແລະບັນດາອະນຸກຳມະການຕ່າງໆໂດຍໃນນັ້ນມີສະມາຊິກຊາວໜຸ່ມເຂົ້າຮ່ວມກອງອາສາສະໝັກທັງໝົດ ຈໍານວນ 211 ສະຫາຍ, ຊຶ່ງໄດ້ກຳນົດສິດ ແລະໜ້າທີ່ໃນການຈັດຕັ້ງເຄື່ອນໄຫວວຽກງານຕາມພາລະບົດບາດໃຫ້ສາມາດບັນລຸຜົນສໍາເລັດ.

   ຈາກນັ້ນ, ສະຫາຍ ເຍ່ຍຊົ່ງ ຫວັງທ່າວ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍສໍາຄັນຂອງກອງອາສາສະໝັກຊາວໜຸ່ມຕະລຸມບອນໂດຍສ້າງຕັ້ງຂຶ້ນດ້ວຍຄວາມສະໝັກໃຈ ແລະບໍ່ຫວັງຜົນກໍາໄລເພື່ອຜັນຂະຫຍາຍມູນເຊື້ອອັນພິລະອາດຫານ ແລະຄວາມເສຍສະຫຼະຂອງຊາວໜຸ່ມລາວໃນແຕ່ລະສະໄໝ. ພ້ອມນັ້ນສະຫາຍຍັງໄດ້ເນັ້ນໜັກ ໃຫ້ຄະນະຮັບຜິດຊອບຕະຫຼອດຮອດບັນດາອະນຸກໍາມະການ ແລະສະມາຊິກຊາວໜຸ່ມແຕ່ລະສະຫາຍຈົ່ງເອົາໃຈໃສ່ຈັດຕັ້ງເຊື່ອມຊຶມລະບຽບຂອງກອງອາສາສະໝັກຊາວ ໜຸ່ມຕະລຸມບອນໃຫ້ເລິກເຊິ່ງ, ເພີ່ມທະວີຄວາມຮັບຜິດຊອບຕໍ່ວຽກງານຊາວໜຸ່ມໂດຍຖືເອົາການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ເປັນສໍາຄັນຕິດພັນກັບການ ຈັດຕັ້ງປະຕິບັດວຽກງານຕ່າງໆຢູ່ໃນຂອບເຂດຂອງຕົນໃຫ້ປະສົບຜົນສໍາເລັດໃຫ້ສົມກັບທີ່ຊາວໜຸ່ມເປັນແຂນຂວາຂອງພັກ ແລະເປັນກະດູກສັນຫຼັງຂອງຊາດໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດກໍ່ຄືແຂວງໄຊສົມບູນໃນໄລຍະໃໝ່ໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນເລື້ອຍໆ.