40 ໂຮງຮຽນຢູ່ເມືອງມຸນລະປາໂມກ ຈະໄດ້ຮັບອາຫານທ່ຽງ

ຂ່າວ: ເມືອງຍົມມະລາດ 

    ໃນວັນທີ 7 ກັນຍາ 2021 ຄະນະຮັບຜິດຊອບໂຄງການອາຫານທ່ຽງໃນໂຮງຮຽນໄດ້ຈັດກອງປະຊຸມຊີ້ແຈງໂຄງການຂັ້ນເມືອງໂຄງການອາຫານທ່ຽງໃນໂຮງຮຽນ 2020-2025 ສະໜັບສະໜູນໂດຍກະຊວງກະສີກຳປະເທດສະຫະລັດອາເມລິກາຂຶ້ນຢູ່ທີ່ຫ້ອງການສຶກສາທິການ ແລະກີລາເມືອງມຸນລະປາໂມກພາຍໃຕ້ການເປັນ ປະທານຂອງທ່ານ ສີສະຫັວດ ພົມມະລິວັນ ຮອງເຈົ້າເມືອງໆ ມຸນລະປາໂມກ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ, ທ່ານ ໄພວອນ ຜາບຸນມີ ຮອງຫົວໜ້າພະແນກສຶກ ສາທິການ ແລະກີລາແຂວງຈຳປາສັກ, ທ່ານ ສົມຈັນ ສີຈັນແດງ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງ,ທ່ານ ນາງ ອາລີຈິດ ພົມມະຮັກ ຫົວໜ້າຫ້ອງການພາກສະໜາມປະຈຳແຂວງພາກໃຕ້ອົງການອາຫານໂລກພ້ອມທີມງານພະນັກງານອົງການອາຫານໂລກ.

   ທ່ານ ສົມຈັນ ສີຈັນແດງ ກໍ່ໄດ້ຜ່ານຂໍ້ຕົກລົງເລກທີ 228/ຈມ ມມ ລົງວັນທີ 22 ກໍລະກົດ 2021 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໂຄງການອາຫານທ່ຽງ ໃນໂຮງຮຽນຂັ້ນເມືອງ, ຂັ້ນບ້ານໂຮງຮຽນ,ຈາກນັ້ນທີມງານພະນັກງານອົງການອາຫານໂລກກໍ່ ໄດ້ນຳສະເໜີວີດີໂອພາບລວມຂອງໂຄງການອາຫານທ່ຽງໃນໂຮງຮຽນ 2020-2025, ພາລະບົດບາດ ແລະໜ້າທີ່ຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງ, ຜ່ານແຜນວຽກປີທີ 1 (2020-2021), ແຜນການລົງບ້ານເພື່ອຈັດກອງປະຊຸມຊີ້ແຈງຂັ້ນບ້ານ-ຂັ້ນໂຮງຮຽນ, ກະກຽມທີມງານຈັດເປັນ 6 ທີມເພື່ອລົງໄປຊີ້ແຈງໂຄງການຂັ້ນບ້ານ, ແບ່ງຄວາມຮັບຜິດຊອບເປົ້າໝາຍ,ຝຶກວິທີຊີ້ແຈງໂຄງການຂັ້ນບ້ານພ້ອມກັນນັ້ນຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ຜັນປ່ຽນກັນປະກອບຄຳຄິດຄຳເຫັນສະເໜີຖາມເພື່ອເຮັດໃຫ້ການຮັບຮູ້ເຂົ້າໃຈໄປລວງດຽວກັນ.

 

   ຕອນທ້າຍປະທານ, ຄະນະປະທານກໍ່ໄດ້ມີຄຳເຫັນໂອ້ລົມກ່ອນອື່ນທ່ານໃຫ້ຮູ້ວ່າ: ໂຄງການອາຫານທ່ຽງໃນໂຮງຮຽນ 2020-2025 ຜູ້ໃຫ້ທຶນ (ສະໜັບສະໜູນ) ແມ່ນກະຊວງກະສີກຳປະເທດສະຫະລັດອາເມລິກາແຕ່ການຈັດຕັ້ງປະຕິບັດດ້ານວິຊາການແມ່ນອົງການອາຫານໂລກ, ເປັນໂຄງການຂອງລັດຖະບານເປົ້າໝາຍແມ່ນ

ໂຮງຮຽນປະຖົມ, ອະນຸບານຕິດປະຖົມໃນນັ້ນເມືອງມຸນລະປາໂມກແມ່ນມີ 40 ໂຮງຮຽນທີ່ໄດ້ຮັບໂຄງການອາຫານທ່ຽງພ້ອມນັ້ນທ່ານກໍ່ຮຽກຮ້ອງໃຫ້ບັນດາທ່ານທີ່ຖືກແຕ່ງຕັ້ງຈົ່ງມີຄວາມຕັດສິນໃຈສູງເປັນຕົວແທນໃຫ້ເມືອງນຳເອົາເນື້ອໃນຈິດໃຈໃນການອະທິບາຍຊີ້ແຈງໃນຄັ້ງນີ້ໄປຈັດຕັ້ງເຜີຍແຜ່ໃຫ້ພໍ່ແມ່ປະຊົນຮັບຮູ້ເຂົ້າໃຈໄປລວງດຽວກັນຢ່າງຈະແຈ້ງ, ເຮັດໃຫ້ການຈັດຕັ້ງປະຕິບັດໄດ້ຮັບຜົນຕາມເປົ້າໝາຍຂອງໂຄງການ ແລະແນວທາງນະໂຍບາຍຂອງລັດຖະບານທີ່ວາງໄວ້.