ວັກແຊງອົດສະຕຣາລີ ປ້ອງກັນ ໂຄວິດເດລຕ້າໄດ້ 95%

  ວັກແຊງປ້ອງກັນໂຄວິດ-19 ຈາກອົດສະຕຣາລີສາມາດປ້ອງກັນໂຄວິດ-19 ເດລຕ້າໄດ້ 95% ຕະຫຼອດຈົນສາມາດຮັບມືກັບໂຄ ວິດ-19 ສາຍພັນອື່ນໆໄດ້ອີກດ້ວຍ.

  ຕາມຂ່າວຕ່າງປະເທດລາຍງານວ່າ ບໍລິສັດ EnGeneIC Li mited ຈາກປະເທດອົດສະຕຣາລີໄດ້ພັດທະນາວັກແຊງໂຄວິດ-19 ດ້ວຍເທັກໂນໂລຊີ Nanocellu lar ເປັນຄັ້ງທໍາອິດຂອງໂລກ ໂດຍຜ່ານການທົດລອງໃນສັດ ແລ້ວພົບວ່າ ວັກແຊງສາມາດກະຕຸ້ນການຕອບສະໜອງຂອງພູມຄຸ້ມກັນຕ້ານພະຍາດໂຄວິດ-19 ສາຍພັນເດລຕ້າໄດ້ວັກແຊງດັ່ງກ່າວມີຊື່ວ່າ: EDV ໂດຍຈາກການທົດລອງໃນສັດພົບວ່າສາມາດສ້າງພູມຄຸ້ມກັນຕ້ານໂຄວິດ-19 ສາຍພັນເດລຕ້າໄດ້ສູງເຖິງ 95% ຕະຫຼອດຈົນສາມາດຮັບມືກັບ ໂຄວິດ-19 ສາຍພັນອື່ນໆໄດ້ອີກດ້ວຍ.

  ນອກຈາກນີ້, ຈຸດເດັ່ນທີ່ສໍາຄັນອີກຢ່າງໜຶ່ງຂອງວັກຊີນຊະນິດໃໝ່ນີ້ກໍຄືສາມາດເກັບໄວ້ໃນອຸນຫະພູມປົກກະຕິໄດ້ ແລະມີອາຍຸໃນການເກັບຮັກສາດົນເຖິງ 3 ປີ ຊຶ່ງເຮັດໃຫ້ງ່າຍຕໍ່ການຂົນສົ່ງບໍລິສັດຜູ້ຜະລິດໄດ້ເລີ່ມທົດລອງວັກຊີນໃນໄລຍະທໍາອິດໃນມະນຸດໂດຍເລີ່ມຈາກອາສາສະໝັກຜູ້ໃຫຍ່ຈໍານວນ 2 ຄົນທີ່ມີສຸຂະພາບແຂງແຮງເພື່ອທົດສອບຄວາມປອດໄພ ແລະປະສິດທິພາບໃນການສ້າງພູມຄຸ້ມກັນຂອງວັກແຊງ.

----

ໜັ້ງສືພິມ ເສດຖະກິດ-ສັງຄົມ