ຈີນ ມອບເງິນຊ່ວຍເຫຼືອອາບການິດ ສະຖານ 31 ລ້ານໂດລາ

  ລັດຖະບານ ສປ ຈີນ ໄດ້ມອບເຄື່່ອງຊ່ວຍເຫຼືອໃຫ້ກັບອາບການິດສະຖານຄິດເປັນມູນຄ່າ 200 ລ້ານ ຢວນ(ປະມານ 31 ລ້ານໂດລາສະຫະລັດ) ຊຶ່ງປະກອບໄປດ້ວຍອາຫານທະເລ ແລະວັກແຊງຕ້ານໂຄວິດ-19.

  ຕາມຂ່າວຕ່າງປະເທດລາຍງານວ່າ ເຈົ້າໜ້າທີ່ປັກກິ່ງລະບຸວ່າ ໄດ້ບັນລຸການເຈລະຈາກັບລັດຖະບານຊົ່ວຄາວຂອງກຸ່ມຕາລີບັນແລ້ວວ່າ ຈະມີການສົ່ງເງິນຊ່ວຍເຫຼືອປະມານ 200 ລ້ານຢວນ ຫຼື 31 ລ້ານໂດລາ ຊຶ່ງລວມໄປເຖິງອາຫານ ແລະວັກແຊງຕ້ານໂຄ ວິດ-19 ອີກ 3 ລ້ານໂດສ ລັດຖະບານຈີນລະບຸວ່າ ການຈັດຕັ້ງລັດຖະບານຊົ່ວຄາວຂຶ້ນມາຖືເປັນບາດກ້າວອັນສໍາຄັນໃນການຟື້ນຟູອາບການິດສະຖານໃຫ້ກັບມາຢູ່ໃນສະຖານະການປົກກະຕິອີກຄັ້ງ ໂດຍກຸ່ມຕາລີບັນຫາກໍ່ໄດ້ປະກາດລາຍຊື່ຄະນະລັດຖະມົນຕີຊົ່ວຄາວໃນອາທິດກ່ອນໜ້ານີ້ ພ້ອມປະກາດຈັດຕັ້ງລັດອິດສະລາມເອມີເຣສແຫ່ງອາບການິດສະຖານ.

  ທັງນີ້ ກຸ່ມຕາລີບັນກ່າວເຖິງຈີນວ່າ ຈີນເປັນພັນທະມິດທີ່ສຳຄັນທີ່ສຸດຂອງອາບການິດສະຖານ ແລະມີຄວາມຫວັງໃນເລື່ອງການລົງທຶນຂອງຈີນ ແລະການສະໜັບສະໜູນໃນການກໍ່ສ້າງປະເທດທີ່ຖືກທຳລາຍຈາກສົ່ງຄາມຂຶ້ນໃໝ່.

----

ໜັງສືພິມ ເສດຖະກິດ-ສັງຄົມ