ເຊກອງ ຫາລືແຜນການຕອບໂຕ້ໂຄວິດ ຫລັງພົບຜູ້ຕິດເຊື້ອໃນຊຸມຢູ່ທ່າແຕງ

ຂ່າວ: ພຸດທະສອນ

 ໃນວັນທີ 13 ກັນຍາ 2021 ນີ້, ຄະນະສະເພາະກິດເພື່ອປ້ອງກັນ, ສະກັດກັ້ນ, ຄວບຄຸມການລະບາດຂອງພະຍາດໂຄວິດ-19 ແຂວງເຊກອງຈັດກອງປະຊຸມປຶກສາຫາລືກ່ຽວກັນການຕອບໂຕ້, ການປ້ອງກັນການລະບາດຂອງພະຍາດໂຄວິດ-19 ຢູ່ເມືອງທ່າແຕງພາຍຫຼັງທີ່ກວດພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ 1 ຄົນ ຢູ່ເມືອງທ່າແຕງພາຍໃຕ້ການເປັນປະທານຂອງ ທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດຂັ້ນແຂວງ, ມີຄະນະສະເພາະກິດຂັ້ນແຂວງ ແລະເມືອງທ່າແຕງ, ເມືອງລະມາມ ເຂົ້າຮ່ວມເພື່ອວາງແຜນປ້ອງກັນ, ຄວບຄຸມ, ການກຳນົດເຂດທີ່ມີຄວາມສ່ຽງ ແລະເຝົ້າລະວັງ, ຊອກຄົ້ນຫາຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອໃນຊຸມຊົນ.
 ທ່ານ ຄໍາສອນ ກອນເຍີ ໄດ້ຮຽກຮ້ອງໃຫ້ຄະນະສະເພາະກິດທຸກຂັ້ນກໍຄືພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຮີບຮ້ອນກຳນົດເຂດບ້ານແດງ, ບ້ານເຫລືອງ ເພື່ອໃຫ້ເຈົ້າເມືອງອອກນິຕິກຳ, ລົງກວດກາລາຄາສິນຄ້າ, ກຳນົດບ່ອນຈຳໜ່າຍສິນຄ້າບໍລິໂພກ, ປິດການຮຽນ-ການສອນ ແລະ ຫຼິ້ນກິລາທຸກປະເພດຢູ່ຂອບເຂດທີ່ກຳນົດເປັນເຂດບ້ານແດງ ແລະເຂດບ້ານເຫຼືອງເປັນເວລາ 7 ວັນ, ສືບຕໍ່ສັກວັກຊິນໃຫ້ກຸ່ມເປົ້າໝາຍ, ສືບຕໍ່ປິ່ນປົວຜູ້ຕິດເຊື້ອໃຫ້ຫາຍດີໂດຍໄວ, ສືບຕໍ່ຊອກຄົ້ນຫາຜູ້ໃກ້ຊິດສໍາຜັດໃນຊຸມຊົນ ພ້ອມທັງເລັ່ງເກັບຕົວຢ່າງເພື່ອສົ່ງກວດໃຫ້ທັນການ, ທັງນີ້ກໍເພື່ອຫລຸດຜ່ອນຄວາມສ່ຽງ, ຜົນກະທົບໃນຄອບຄົວ ແລະສັງຄົມເພື່ອປ້ອງກັນ, ຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງເຊກອງພວກເຮົາບໍ່ໃຫ້ແຜ່ລາມອອກສູ່ວົງກວ້າງ.


  ທ່ານ ກໍລະກັນ ບຸດສະບາ ຫົວໜ້າຫ້ອງການສາທາລະນະສຸກໄດ້ລາຍງານວ່າ: ຜູ້ຕິດເຊື້ອໃນຊຸມຊົນ 1 ຄົນ ຢູ່ເມືອງທ່າແຕງ ເປັນເດັກຊາຍ ອາຍຸ 2 ປີ 8 ເດືອນ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ເປັນພະນັກງານມາແຕ່ແຂວງສາລະວັນ, ຊຶ່ງເປັນອ້າຍຂອງແມ່ (ລຸງ) ມາຮັບເອົາຫຼານ (ຜູ້ຕິດເຊື້ອ) ພ້ອມກັບພໍ່ ແລະ ແມ່ໃນວັນທີ 5 ກັນຍາ 2021 ໄປບ້ານເກີດຢູ່ບ້ານແດນສະຫວ່າງ ເມືອງປາກຊ່ອງ ແຂວງຈໍາປາສັກ, ມາຮອດວັນທີ 12/9/2021 ໄດ້ເກັບຕົວຢ່າງພໍ່, ແມ່ ແລະລູກສົ່ງກວດຢູ່ຫ້ອງວິເຄາະໂຮງໝໍແຂວງເຊກອງ ແລະຕອນແລງວັນດຽວກັນໄດ້ຮັບຜົນກວດຂອງລູກຊາຍ ອອກມາແມ່ນຕິດເຊື້ອ (ເປັນບວກ), ແຕ່ຜົນກວດຂອງແມ່ເປັນລົບ, ພ້ອມທັງນໍາເອົາແມ່ ແລະລູກເຂົ້າສູນປິ່ນປົວຢູ່ໂຮງໝໍແຂວງເຊກອງຢ່າງຮີບດ່ວນ.