ຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ

  ກອງປະຊຸມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມປະຈໍາປີ 2021, ບົດສະ ຫຼຸບແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີໄດ້ໄຂຂຶ້ນໃນທ້າຍເດືອນສິງຫາຜ່ານມາທີ່ສະໂມສອນຫ້ອງວ່າການປົກຄອງເມືອງໜອງບົກ ແຂວງຄຳມ່ວນ ໂດຍການເປັນປະທານຂອງ ທ່ານ ອຸທອນຖະຫວິນ ວໍລະຈັກ ຮອງເຈົ້າເມືອງໜອງບົກ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າຫ້ອງການພ້ອມພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ອຸທອນຖະຫວິນ ວໍລະຈັກ ຮອງເຈົ້າເມືອງໜອງບົກໄດ້ກ່າວເປີດກອງປະຊຸມຂຶ້ນຢ່າງເປັນທາງການຈາກນັ້ນກໍ່ໄດ້ຜ່ານຄໍາສັ່ງຂອງເຈົ້າແຂວງຄໍາມ່ວນກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ປະຈໍາປີ 20 21 ເພື່ອມອບໜ້າທີ່ ແລະຄວາມຮັບຜິດຊອບໃຫ້ບັນດາພະແນກການຫ້ອງການອ້ອມຂ້າງແຂວງ ແລະ 10 ຕົວເມືອງເອົາໃຈໃສ່ຜັນຂະຫຍາຍບັນດາທິດທາງລວມຄາດໝາຍສູ້ຊົນ ແລະວຽກງານຈຸດສຸມທີ່ກໍານົດໄວ້ໃນແຜນພັດ ທະນາເສດຖະກິດ-ສັງຄົມ ແລະງົບປະມານປະຈໍາປີ 2021 ໃຫ້ບັນລຸຕາມຈຸດປະສົງຄາດໝາຍທີ່ກໍານົດໄວ້ຂອງແຂວງລວມມູນຄ່າຜະລິດຕະພັນພາຍໃນ GDP 2021 ໃຫ້ເພີ່ມຂຶ້ນຢ່າງຕໍ່າຢູ່ໃນລະດັບ 5,93% ມີມູນຄ່າຕາມລາຄາໃນປີ 9.495 ຕື້ກີບ, ສະເລ່ຍຕໍ່ຫົວຄົນເທົ່າກັບ 2.357 ໂດລາສະຫະລັດໃນນີ້ການຂະ ຫຍາຍຕົວ GDP ແຍກຕາມຂົງເຂດ-ຂະແໜງການໃນນັ້ນຂະແໜງກະສິກໍາເພີ່ມຂຶ້ນ 5,56%, ກວມເອົາ 19,20% ຂອງ GDP, ຂະແໜງອຸດສາຫະກໍາເພີ່ມຂຶ້ນ 5,21%, ກວມເອົາ 47,43% ຂອງ GDP, ຂະແໜງບໍລິການເພີ່ມຂຶ້ນ 16,09%, ກວມເອົາ 33,37% ຂອງ GDP, ຮັບປະກັນສະຖຽນລະພາບເງິນຕາໃຫ້ມີຄວາມໝັ້ນທ່ຽງອັດຕາເງິນເຟີ້ໃຫ້ຢູ່ໃນລະດັບ 5-7% ຕໍ່ປີ ອັດຕາແລກປ່ຽນມີຄວາມ ສະຫງົບປົກກະຕິ ແລະເໜັງຕີງໃນຂອບບໍ່ໃຫ້ຫຼຸດ ຫຼື ລື່ນ 5% ຕໍ່ປີ ທຽບໃສ່ເງິນໂດລາ, ສູ້ຊົນເກັບລາຍຮັບທັງໝົດໃຫ້ ໄດ້ 759,21 ຕື້ກີບກວມເອົາ 8% GDP ໃນນີ້ລາຍຮັບສູນກາງໃຫ້ ໄດ້ 439,37 ຕື້ກີບ, ລາຍຮັບທ້ອງຖິ່ນໃຫ້ໄດ້ 319,8 ຕື້ກີບ, ພ້ອມດຽວກັນນີ້ກໍ່ວາງຄາດໝາຍລາຍ ຈ່າຍ 608,13 ຕື້ກີບ ຫຼື ປະມານ 6,41% ຂອງ GDP.

  ນອກນີ້ໃຫ້ຂະແໜງການ ແລະທ້ອງຖິ່ນເຂັ້ມງວດຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ສະບັບເລກທີ 13/ສພຊ,ລົງວັນທີ 4 ພະຈິກ 2020, ການລົງທຶນລວມທັງໝົດ 2.187 ຕື້ກວ່າກີບ ເທົ່າກັບ 23,04% ຂອງ GDP ໃນນີ້ການລົງທຶນຂອງລັດ 54,17 ຕື້ກີບ ກວມ 0,57% ຂອງ GDP ເທົ່າກັບ 2,48% ຂອງການລົງທຶນທັງໝົດ, ການລົງທຶນຊ່ວຍເຫຼືອທາງການພັດທະນາ ODA ເທົ່າກັບ 196,65 ຕື້ກີບ, ກວມ 2,07%  ຂອງ GDP, ເທົ່າກັບ 8,99% ຂອງການລົງທຶນທັງໝົດ, ການລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດ 1.491 ຕື້ກີບ, ກວມ 15,70% ຂອງ GDP ເທົ່າກັບ 68,15% ຂອງການລົງ ທຶນທັງໝົດ ແລະການລົງທຶນຈາກສິນເຊື່ອທະນາຄານ 446 ຕື້ກີບ, ກວມ 4,70% ຂອງ GDP ເທົ່າ ກັບ 20,39% ຂອງການລົງທຶນທັງໝົດ, ພ້ອມນັ້ນຍັງໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈໍາ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ 2021 ຕື່ມອີກ.

----

ໜັງສືພິມ ເສດຖະກິດ-ສັງຄົມ