ພາຍຸໄຕ້ຝຸ່ນພັດເຂົ້າຟິລິບປິນເສຍຊີວິດ 17 ຄົນ

  ພາຍຸໄຕ້ຝຸ່ນໂກນເຊິນ (Conson) ພັດຖະຫຼົ່ມຟິລິບປິນເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ, ສູນຫາຍ 7ຄົນ ແລະບາດເຈັບອີກ 24 ຄົນ.

  ຕາມຂ່າວຕ່າງປະເທດລາຍງານວ່າ ພາຍຸໄຕ້ຝຸ່ນໂກນເຊິນ (Conson) ພັດຖະຫລົ່ມ ຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ, ສູນຫາຍ 7 ຄົນ ແລະບາດເຈັບອີກ 24 ຄົນ ຂະນະທີ່ເຮືອນປະຊາຊົນ 9.000 ຫຼັງ ແລະຖະໜົນ 168 ສາຍ ໄດ້ຮັບຄວາມເສຍຫາຍຢ່າງໜັກຄິດເປັນມູນຄ່າ 12 ລ້ານກວ່າເປໂຊ, ນອກນີ້ຍັງມີປະຊາຊົນອາໄສຢູ່ສູນພັກຊົ່ວຄາວຫຼາຍ ກວ່າ 29.800 ຄົນ.

  ຂະນະນີ້ພາຍຸໄຕ້ຝຸ່ນດັ່ງກ່າວ ໄດ້ອ່ອນກໍາລັງລົງເປັນພາຍຸໂຊນຮ້ອນກໍາລັງແຮງແລ້ວ ແລະໄດ້ພັດຜ່ານຂຶ້ນ ສສ ຫວຽດນາມ ທາງການແຈ້ງເຕືອນໃຫ້ລະວັງລົມແຮງ ແລະຝົນຕົກໜັກໃນໄລຍະນີ້.

----

ໜັງສືພິມ ເສດຖະກິດ-ສັງຄົມ