ຍີ່ປຸ່ນ ພົບຜູ້ຕິດເຊື້ອໂຄວິດສາຍພັນອີຕາ 18 ຄົນ

   ຍີ່ປຸ່ນກວດພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນອີຕາ (Eta) ຈຳນວນ 18 ຄົນ ເປັນຄັ້ງທຳອິດ ແລະເປັນສາຍພັນພວມແຜ່ລະບາດກວ່າ 70 ປະເທດທົ່ວໂລກ ຊຶ່ງ ສ່ວນໃຫຍ່ພົບການແຜ່ລະບາດໃນອາເມລິກາ ແລະທະວີບເອີຣົບ.

  ຕາມຂ່າວຕ່າງປະເທດລາຍງານວ່າປະຈຸບັນຍີ່ປຸ່ນມີຜູ້ຕິດເຊື້ອໂຄວິດ-19 ສະສົມກວ່າ 1,6 ລ້ານຄົນ ແລະເສຍຊີວິດກວ່າ 16.500 ຄົນ, ກ່ອນໜ້ານີ້ອົງການອະນາໄມໂລກໄດ້ຈັດໃຫ້ເຊື້ອໂຄວິດ-19 ສາຍພັນອີຕາ ( Eta) ທີ່ພົບການແຜ່ລະບາດຄັ້ງທໍາອິດໃນອັງກິດເມື່ອເດືອນທັນວາປີກາຍເປັນ 1 ໃນ 5 ເຊື້ອພະຍາດໂຄວິດ-19 ກາຍພັນທີ່ຄວນເຝົ້າລະວັງຢ່າງໃກ້ຊິດໂດຍສະເພາະໂຄວິດ-19 ສາຍພັນແລມດາ (Lambda) ທີ່ພົບການແຜ່ລະບາດສ່ວນໃຫຍ່ໃນທະວີບອາເມລິກາໃຕ້.

  ໂຄວິດ-19  ສາຍພັນມີວ(Miu) ລະບາດໃນທະວີບອາເມລິກາໃຕ້ ແລະເອີຣົບ ແລະເຊື້ອພະຍາດ ໂຄວິດ-19 ສາຍພັນແຄບປາ (Kappa) ທີ່ພົບການແຜ່ລະບາດຄັ້ງທຳອິດໃນອິນເດຍລວມທັງສາຍພັນເດລຕ້າ (Delta).

-----

ໜັງສືພິມ ເສດຖະກິດ-ສັງຄົມ