ຫວຽດນາມ ຕັ້ງເປົ້າໃຫ້ຄົນຮ່າໂນ້ຍ ສັກວັກແຊງເຂັມທຳອິດ 100%

  ລັດຖະບານ ສສ ຫວຽດນາມ ຕັ້ງເປົ້າສັກວັກແຊງປ້ອງກັນພະຍາດໂຄວິດ-19 ໃຫ້ກັບປະຊາຊົນນະຄອນຫຼວງຮ່າໂນ້ຍ ແລະຕັ້ງເປົ້າໃຫ້ປະຊາກອນຜູ້ໃຫຍ່ໃນພື້ນທີ່ທຸກຄົນໄດ້ສັກວັກແຊງຢ່າງໜ້ອຍ 1 ເຂັມພາຍໃນອາທິດນີ້.
  ຕາມຂ່າວຕ່າງປະເທດລາຍງານວ່າ ຫວຽດນາມສັກວັກແຊງປ້ອງກັນໂຄວິດ-19 ໃຫ້ປະຊາກອນຜູ້ໃຫຍ່ປະ ມານ 5,7 ລ້ານຄົນ ກວມເອົາ 80% ທີ່ໄດ້ຮັບວັກແຊງຢ່າງໜ້ອຍ 1 ເຂັມ ແລະເລັ່ງສັກວັກແຊງປ້ອງກັນໂຄວິດ-19 ໃຫ້ປະຊາຊົນໃນນະຄອນຫຼວງຮ່າໂນ້ຍ ເພີ່ມຂຶ້ນເປັນ 100% ພາຍໃນທ້າຍອາທິດນີ້ ແນໃສ່ກະຕຸ້ນໃຫ້ການສັກວັກແຊງປ້ອງກັນໂຄວິດ-19 ມີຄວາມວ່ອງໄວຂຶ້ນດ້ວຍການສັກວັກແຊງຂອງໄຟເຊີ/ໄບອອນເທັກ ເປັນເຂັມທີ 2 ໃຫ້ກັບຜູ້ສັກວັກແຊງກ່ອນໜ້ານີ້ປະມານ 8-12 ອາທິດທີ່ຮັບວັກແຊງເຂັມທຳອິດຂອງແອສຕຣາເຊເນກ້າ/ອ໋ອກຟອດ.
  ພາຍຫຼັງກະຊວງສາທາລະນະສຸກຂອງຫວຽດນາມລະບຸວ່າ: ບຸກຄະລາກອນທາງການແພດຮ່ວມກັນສັກວັກແຊງປ້ອງກັນໂຄວິດ-19 ເກືອບ 1 ລ້ານໂດສ ໃຫ້ແກ່ປະຊາຊົນໃນພື້ນທີ່ຢູ່ພາຍໃຕ້ມາດຕະການຄວບຄຸມໂຄວິດ-19 ຕັ້ງແຕ່ເດືອນກໍລະກົດທີ່ຜ່ານມາ ແລະຍັງສືບຕໍ່ຄວບຄຸມການແຜ່ລະບາດໂຄວິດ-19 ຢ່າງເຂັ້ມງວດພ້ອມທັງເລັ່ງສັກວັກແຊງໃຫ້ປະຊາຊົນຢ່າງທົ່ວເຖິງໃນຕໍ່ໜ້າ.

-----

ໜັງສືພິມ ເສດຖະກິດ-ສັງຄົມ