ເມືອງສາລະວັນ ເລັ່ງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸ ໂກນເຊິນ

  ທ່ານ ຈັນສີລອນ ສີສົມບູນ ເຈົ້າເມືອງສາລະວັນ ໃຫ້ສຳພາດໃນຄັ້ງວັນທີ 13 ກັນຍາ ຜ່ານມານີ້ວ່າ: ປະຈຸບັນອົງການປົກຄອງເມືອງສາລະວັນກໍຄືພາກສ່ວນກ່ຽວຂ້ອງກຳລັງເລັ່ງຊ່ວຍເຫຼືອ ແລະຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກລົມພາຍຸ ໂກນເຊິນ ໂດຍໄດ້ແຕ່ງຕັ້ງຄະນະກຳມະການຮັບຜິດຊອບແບ່ງຈຸລົງຕິດຕາມ, ກວດກາ, ເກັບກຳຂໍ້ມູນບ້ານທີ່ໄດ້ຮັບຜົນກະທົບເສຍຫາຍຢ່າງລະອຽດ ແລະສິ່ງສຳຄັນສຸມໃສ່ຊ່ວຍເຫລືອໃນເບື້ອງຕົ້ນ, ທີ່ຢູ່ອາໄສຊົ່ວຄາວ, ອາຫານການກິນ, ຢາປົວພະຍາດ ແລະດ້ານສຸຂະອະນາໄມເພື່ອແກ້ໄຂຢ່າງທັນການ.


    ນອກນັ້ນ, ກໍໄດ້ປະສານສົບທົບ ແລະ ແຕ່ງຕັ້ງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຂົ້າຊ່ວຍເຫຼືອເກັບມ້ຽນສິ່ງຂອງຕ່າງໆ ແລະ ສ້ອມແປງເຮືອນຊານຂອງປະຊາຊົນທີ່ເປ່ເພເລັກນ້ອຍ, ພ້ອມທັງສ້າງທີ່ພັກຊົ່ວຄາວໃຫ້ເຂົາເຈົ້າໄດ້ຢູ່ອາໄສ, ເອົາໃຈໃສ່ປຸກລະດົມທັງພາກລັດ ແລະເອກະຊົນ, ຜູ້ປະກອບການ ແລະບຸກຄົນປະກອບສ່ວນຊ່ວຍເຫຼືອວັດຖຸ, ປັດໄຈ, ເຄື່ອງອຸໂພກ-ບໍລິໂພກ ຕາມທ່າແຮງ ແລະເງື່ອນໄຂເພື່ອຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ແລະໃຫ້ກຳລັງໃຈຜູ້ທີ່ຖືກຜົນກະທົບ. ສໍາລັບເຮືອນທີ່ເປ່ເພເສຍຫາຍໜັກແມ່ນຈະສ້າງທີ່ພັກພາອາໄສ, ສ້ອມແປງຄືນໃຫ້ເຂົາເຈົ້າໄດ້ກັບມາຢູ່ຢ່າງຖາວອນ ແລະສືບຕໍ່ສະໜອງເຄື່ອງບໍລິໂພກ ແລະອຸປະໂພກຈໍານວນໜຶ່ງເພື່ອເຮັດໃຫ້ເຂົ້າເຈົ້າໄດ້ດຳລົງຊີວິດໄດ້ຢ່າງເປັນປົກກະຕິ.


   ເມືອງສາລະວັນ ໄດ້ຮັບຜົນກະທົບທັງໜົດ 4 ບ້ານ, ມີ 141 ຫຼັງຄາເຮືອນ, ໃນນັ້ນມີ: ບ້ານໂພນໃຜ່ 90 ຫຼັງ, ເສຍຫາຍໜັກ 25 ຫຼັງ, ບ້ານກ້ວຍ 43 ຫຼັງ, ເສຍຫາຍໜັກ 5 ຫຼັງ, ບ້ານແບ່ງອຸດົມ 6 ຫຼັງ, ເສຍຫາຍໜັກ 1 ຫຼັງ ແລະ ບ້ານທາດຫ້ວຍ 2 ຫຼັງ ໂດຍໄດ້ຖືເອົາບ້ານໂພນໃຜ່ເປັນຈຸດໃຈກາງໃນການຕັ້ງສູນຮັບບໍລິຈາກ ແລະຊ່ວຍເຫຼືອເປັນບູລິມະສິດພິເສດເນື່ອງຈາກເປັນບ້ານທີ່ຖືກຜົນກະທົບຫຼາຍກວ່າໜູ່.
  ສຳລັບການຊ່ວຍເຫຼືອມາຮອດປະຈຸບັນມີຜູ້ປະກອບສວ່ນຊ່ວຍເຫຼືອທັງໝົດ 24 ພາກສ່ວນ, ມີປະເພດເຄື່ອງບໍລິໂພກ ແລະອຸປະໂພກມູນຄ່າຫຼາຍກວ່າ 100 ລ້ານກີບ ແລະເງິນສົດເກືອບ 30 ລ້ານກີບ.

ຂ່າວ-ພາບ: ທິດລານີ ໂຄດໂຍທາ.