ສປຊ ຮຽກຮ້ອງໃຫ້ຊ່ວຍເຫຼືອອັບການິສະຖານ

  ທ່ານ Sheikh Mohammed ລັດຖະມົນຕີກະຊວງການຕ່າງປະເທດກາຕາໄດ້ຮຽກຮ້ອງໃຫ້ບັນດາຝ່າຍຢູ່ອັບການິສະຖານດຳເນີນການໄກ່ເກ່ຍປອງ ດອງຊາດ ແລະນີ້ຖືແມ່ນມາດຕະການຮັກສາຄວາມປອດໄພໃຫ້ແກ່ສະຖຽນລະພາບຂອງປະເທດນີ້.
  ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ບັນດາປະເທດເພີ່ມທະວີການໜູນຊ່ວຍເຄື່ອງຂອງທີ່ຈຳເປັນກໍຄືໜູນຊ່ວຍເຫຼືອແມ່ຍິງ ແລະບັນດາຜູ້ມີຄວາມສ່ຽງຢູ່ອັບການິສະຖານ ກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບການໜູນຊ່ວຍສາກົນໃຫ້ແກ່ອັບການິສະຖານຢູ່ເຊີແນວ (ປະເທດສະວິດ), ທ່ານ ເລຂາທິການໃຫຍ່ Antonio Guterres ໄດ້ເນັ້ນໜັກວ່າ ຊາວອັບການິສະຖານພວມຕ້ອງປະເຊີນໜ້າກັບໜຶ່ງໃນບັນດາວິກິດການດ້ານມະນຸດສະທຳທີ່ຮ້າຍແຮງທີ່ສຸດໃນໂລກ”, ນັບແຕ່ເມື່ອກ່ອນເວລາກຳລັງຕາລີບັນຍາດໄດ້ສິດອຳນາດບໍລິຫານປະເທດ ຊາດນັບແຕ່ວັນທີ 15 ສິງຫາ.
  ທ່ານ Sheikh Mohammed ໄດ້ປະກາດວ່າ ກາຕາຈະ “ສະໜັບສະໜູນທຸກຄວາມມານະພະຍາຍາມເພື່ອແນໃສ່ບັນລຸໄດ້ການໄກ່ເກ່ຍປອງດອງຊາດຢູ່ອັບການິສະຖານ”.