ສາລະວັນ ປະເມີນສະຖານະການໂຄວິດຂັ້ນສູງ

ຂ່າວ: ວິໄລວອນ ສິດທິໄຊ

   ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ແຂວງສາລະວັນປຶກສາຫາລື, ປະເມີນສະຖານະການໃນໄລຍະປະຕິບັດມາດຕະການ, ຕີລາຄາຜົນໄດ້ຮັບ ແລະຄົ້ນຄວ້າບັນຫາຂໍ້ສະດວກ, ຂໍ້ຫຍຸ້ງຍາກຕໍ່ກັບພໍ່ແມ່ປະຊາຊົນ ແລະເຈົ້າໜ້າທີ່ໆປະຕິບັດໜ້າທີ່. ໂດຍສະເພາະເມືອງສາລະວັນໄດ້ປະຕິບັດມາດຕະການປິດການເຂົ້າ-ອອກຂັ້ນສູງ, ກຳນົດບ້ານເຂດແດງ, ເຫຼືອງ ແລະຂຽວຢ່າງຊັດເຈນເພື່ອຕັດວົງຈອນການຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນເປັນຕົ້ນ: ປິດການເຂົ້າ-ອອກບ້ານຕໍ່ບ້ານ, ປິດຕະຫຼາດ, ປິດຫ້າງຮ້ານຕ່າງໆ ແລະກິດຈະການອື່ນໆ ເພື່ອຄວບຄຸມ ແລະຢຸດການແຜ່ເຊື້ອໃຫ້ທ່ວງທັນ,ພ້ອມທັງມີການວາງກຳລັງເຈົ້າໜ້າທີ່ກວດກາ, ລາດຕະເວນຢ່າງເຂັ້ມງວດ. 

   ກອງປະຊຸມຄັ້ງນີ້, ໄດ້ສຸມໃສ່ປຶກສາຫາລື ແລະຄົ້ນຄວ້າຕໍ່ກັບການຈັດຕັ້ງປະຕິບັດມາດຕະການຕ່າງໆຂອງແຂວງ, ເມືອງ, ການປະເມີນຄວາມສ່ຽງການແຜ່ລະບາດຂອງພະຍາດໂຄວິດ-19 ຈາກເຈົ້າໜ້າທີ່ວິຊາສະເພາະເຊັ່ນ: ພະແນກສາທາລະນະສຸກ,ກຳລັງ ປກຊ -ປກສ ແລະຕີລາຄາບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກເພື່ອຜ່ອນຜັນ ບາງມາດຕະການພ້ອມທັງເລັ່ງຊອກວິທີທາງແກ້ໄຂບັນຫາການດໍາລົງຊີວິດຂອງປະຊາຊົນໃນເທສະບານເມືອງເປັນຕົ້ນ: ແມ່ນການສະໜອງສະບຽງອາຫານທີ່ຈຳເປັນເຊັ່ນ: ຊີ້ນ, ປາ, ເຂົ້າ ແລະອື່ນໆ. ເນື່ອງຈາກໄດ້ປິດການບໍລິການຕະຫຼາດເມືອງສາລະວັນເພື່ອພົ່ນຢາຂ້າເຊື້ອພະຍາດດັ່ງກ່າວໃຫ້ຄົບຕາມກຳນົດ. ນອກນັ້ນກໍ່ໄດ້ຕີລາຄາການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ເປັນຕົ້ນ: ແພດໝໍ, ກຳລັງ ປກຊ-ປກສ ແລະເຈົ້າໜ້າທີ່ຮັບຜິດຊອບສູນຈຳກັນບໍລິເວນ, ປະເມີນສະຖານະການຢ່າງຕໍ່ເນື່ອງ, ຮັບມື ແລະຕອບໂຕ້ໃຫ້ທ່ວງທັນ. ການຄົ້ນຄວ້າ, ຫາລືເຫັນດີເປັນເອກະພາບໃນບາງດ້ານເປັນຕົ້ນ: ແມ່ນສືບຕໍ່ປະຕິບັດຕາມແຈ້ງການເລກທີ 19/ ຈຂ.ສວ ແລະຄຳສັ່ງດ່ວນເມືອງສາລະວັນ ເລກທີ 13/ຈມ.ສວ, ເຫັນດີກຳນົດເອົາຕະຫຼາດເອບີໂຊກໄຊເພື່ອສະໜອງສະບຽງອາຫານປະເພດຊີ້ນ, ປາ, ເຂົ້າ ໃນແຕ່ລະວັນແຕ່ຕ້ອງປະຕິບັດມາດຕະການຢ່າງເຂັ້ມງວດ ແລະເປັນເອກະພາບໃນການປະຕິບັດມາດຕະການເຮັດໃຫ້ຢຸດການແຜ່ເຊື້ອພະຍາດໂຄວິດ-19 ໄດ້ດີ, ສັງຄົມໃຫ້ການຮ່ວມມືປະຕິບັດຕາມຢ່າງຕັ້ງໜ້າອັນໄດ້ສ້າງຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ໃນການປ້ອງກັນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງສາລະວັນມີທ່ວງທ່າດີຂຶ້ນເທື່ອລະກ້າວ.

   ກອງປະຊຸມຄັ້ງນີ້, ຈັດຂຶ້ນໃນວັນທີ 13 ກັນຍາ 2021, ທີ່ຫ້ອງວ່າການແຂວງ, ໂດຍການເຂົ້າຮ່ວມຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງຫົວໜ້າຄະນະສະ ເພາະກິດປ້ອງກັນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ພ້ອມດ້ວຍຄະນະສະເພາະກິດຈາກພະແນກການ, ກອງບັນຊາການ ປກຊ-ປກສ ແລະເມືອງສາລະວັນເຂົ້າຮ່ວມ.