ພຣະອາຈານ ອຸ່ນທອງ ແສງໂພຄຳ ມອບເຄື່ອງໃຫ້ເມືອງອາດສະພອນ

  ໃນວັນທີ 9 ກັນຍາ 2021 ຢູ່ທີ່ບ້ານດົງທະດາ ເມືອງອາດສະພອນ ແຂວງສະຫວັນນະເຂດໄດ້ມີການມອບ-ຮັບເຄື່ອງອຸປະ ໂພກ-ບໍລິໂພກ ແລະເງິນສົດເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຄວບຄຸມ, ຕ້ານ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວເມືອງອາດສະພອນ.

  ເຄື່ອງທີ່ພຣະອາຈານ ອຸ່ນທອງ ແສງໂພຄຳ ນຳມາມອບໃນຄັ້ງນີ້ແມ່ນມີ: ນໍ້າດື່ມ, ໝີ່, ເຈວລ້າງ ມື, ຜ້າອັດປາກ-ດັງ, ເງິນສົດ 8 ແສນກີບ, ລວມມູນຄ່າທັງໝົດ 6,3 ລ້ານກີບ, ຊຶ່ງມອບໂດຍທ່ານ ຖຸ່ນ ແສງໂພຄຳ ພ້ອມຄອບຄົວ ໂດຍຕາງໜ້າພຣະອາຈານ ອຸ່ນທອງ ແສງໂພຄຳ ແລະໃຫ້ກຽດຮັບໂດຍທ່ານ ນາງ ບຸນທະລັງສີ ຄຳມະນີວົງ ເຈົ້າເມືອງອາດສະພອນພ້ອມຄະນະ.

  ເຄື່ອງດັ່ງກ່າວແມ່ນມອບຕໍ່ໃຫ້ຄະນະສະເພາະກິດປ້ອງກັນ, ຄວບຄຸມ, ຕ້ານ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ- 19 ຂັ້ນເມືອງເປັນຜູ້ແຈກຈ່າຍໃຫ້ກັບບັນດາສູນກັກກັນພາຍໃນເມືອງ ແລະຄະນະຜິດຊອບສູນ, ດ່ານກວດກາຄົນເຂົ້າ-ອອກເມືອງ, ຕາມຄວາມເໝາະສົມ.

----

ໜັງສືພິມ ເສດຖະກິດ-ສັງຄົມ