ເຈົ້າແຂວງອຸດົມໄຊ ໂອ້ລົມພະນັກງານຫຼັກແຫຼ່ງພະແນກ ຖວທ

   ໃນທ້າຍອາທິດຜ່ານມາ, ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ລົງພົບປະໂອ້ລົມພະນັກງານຫຼັກແຫຼ່ງພະແນກຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ (ຖວທ) ແຂວງອຸດົມໄຊ ແນໃສ່ເຮັດໃຫ້ວຽກງານ ຖວທ ໄດ້ຮັບການປັບປຸງ, ແກ້ໄຂ ແລະພັດທະນາດີຂຶ້ນເລື້ອຍໆ.


    ທ່ານ ບຸນກວມ ມິດເມືອງໄຊ ຮັກສາການຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວແຂວງ ໄດ້ລາຍງານສະພາບການເຄື່ອງໄຫວວຽກງານລວມ ເຖິງຂໍ້ສະດວກ, ຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານຂອງແຕ່ລະຂະແໜງການພາຍໃນພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວແຂວງໄລຍະຜ່ານມາ.


   ໂອກາດດັ່ງກ່າວທ່ານ ບຸນຄົງ ຫຼ້າຈຽພອນ ໄດ້ເນັ້ນໜັກໃຫ້ພະແນກ ຖວທ ສືບຕໍ່ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ, ແຕ່ລະຂະແໜງການຕ້ອງເປັນເຈົ້າການໃນການປັບປຸງກົງຈັກການຈັດຕັ້ງ, ແບບແຜນວິທີການເຮັດວຽກໃຫ້ຖືກຕ້ອງ, ສອດຄ່ອງ, ເໝາະສົມ, ປະຕິບັດພາລະ, ບົດບາດ, ສິດ ແລະໜ້າທີ່ຂອງຕົນດ້ວຍຄວມຮັບຜິດຊອບສູງ, ເອົາໃຈໃສ່ວຽກງານຄຸ້ມຄອງຮ້ານອາຫານ, ເຮືອນພັກ, ໂຮງແຮມໃຫ້ເປັນລະບົບ,ການແບ່ງຄວາມຮັບຜິດຊອບໃຫ້ແກ່ຫ້ອງການ ຖວທ ເມືອງ, ບັນຫາແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ການຫຼິ້ນກິນຟຸມເຟືອຍ ແລະ ອື່ນໆ ທີ່ຕິດພັນກັບພະແນກຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ.


ຂ່າວ: ຄານມະນີ ຮຽນດໍຈັນ