ສາທາຜົ້ງສາລີ ເຊື່ອມ​ຊຶ​ມຄຳ​ສັ່ງກົມ​ການ​ເມືອງ​ສູນ​ກາງ​ພັກ​

    ພະແນກສາທາລະນະສຸກ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຊື່ອມ​ຊຶ​ມຄຳ​ສັ່ງຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ວ່າດ້ວຍການຈັດ​ຕັ້ງຜັນ​ຂະ​ຫຍາຍ​ວາ​ລະ​ແຫ່ງ​ຊາດໃຫ້ແກ່ພະນັກງານ-ລັດຖະກອນຂຶ້ນ​ເມື່ອບໍ່​ດົນ​ມານີ້ທີ່​ພະແນກດັ່ງກ່າວໂດຍ​ການ​ເປັນ​ປະ​ທານຂອງສະ​ຫາຍ ບຸນສາລີ ຈິດດາພອນ ກຳມະການພັກແຂວງຫົວໜ້າພະແນກສາທາລະນະສຸກແຂວງພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ສະຫາຍ ບຸນສາລີ ຈິດດາພອນ ໄດ້ໃຫ້ກຽດເຜີຍແຜ່ເຊື່ອມຊຶມຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ສະ​ບັບ​ເລກ​ທີ 01/ກມ​ສ​ພ, ລົງ​ວັນ​ທີ 26 ກໍ​ລະ​ກົດ 2021 ວ່າ​ດ້ວຍ​ການ​ເພີ່ມ​ທະ​ວີ​ການ​ຊີ້ນຳຂອງ​ຄະ​ນະ​ພັກ​ແຕ່​ລະ​ຂັ້ນໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກດ້ານ​ເສດ​ຖະ​ກິດ​-ການ​ເງິນ, ຄຳ​ສັ່ງ​ເລກ​ທີ 02/ກມ​ສ​ພ​ລົງ​ວັນ​ທີ 26 ກໍ​ລະ​ກົດ 2021 ວ່າ​ດ້ວຍ​ການ​ເພີ່ມ​ທະ​ວີ​ການ​ຊີ້ນຳ-ນຳພາຂອງ​ຄະ​ນະ​ພັກ​ແຕ່​ລະ​ຂັ້ນຕໍ່​ການ​ສະ​ກັດ​ກັ້ນ ແລະແກ້​ໄຂ​ບັນ​ຫາ​ຢາ​ເສບ​ຕິດຊຶ່ງ​​ການ​ແກ້​ໄຂ​ຄວາມ​​ຫຍຸ້ງຍາກດ້ານ​ເສດ​ຖະ​ກິດ​ການ​ເງິນແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຄະ​ນະ​ພັກ​ແຕ່​ລະ​ຂັ້ນພາຍ​ໃຕ້​ການ​​ຊີ້​ນຳ​-ນຳພາຂອງ​ສະ​ຫາຍເລ​ຂາ​ຄະ​ນະ​ພັກ ແລະມີ​ທັດ​ສະ​ນະ​ທ່າທີ່​ຖືກ​ຕ້ອງ ເດັດ​ດຽວກ້າ​ເບິ່ງບັນ​ຫາ​ຢ່າງ​ຊື່​ຕົງ ແລະແກ້​ໄຂ​ຢ່າງ​ພາ​ວະ​ວິ​ໄສໂດຍ​ໃຊ້​ມາດ​ຕະ​ການທີ່​ເຂັ້ມ​ງວດ, ເດັດ​ຂາດຕິດ​ພັນ​ໂດຍ​ກົງ​ກັບ​ການ​ປັບ​ປຸງ​ພາຍ​ໃນ​ພັກ, ດ້ານ​ການ​ບໍ​ລິ​ຫານ​ລັດ, ຕີ​ຖອຍ​ຜົນປະ​ໂຫຍດຂອງ​ບຸກ​ຄົນ, ກຸ່ມ​ກ້ອນທີ່​ຂັດ​ຂວາງ​ການ​ຖ່ວງດຶງການ​ພັດ​ທະ​ນາ, ຕ້ອງ​ຮັບ​ປະ​ກັນການ​ແກ້​ໄຂ​ບັນ​ຫາ​ເສດ​ຖະ​ກິດການ​ເງິນໃຫ້​ຢູ່​ບົນ​ພື້ນ​ຖານ​ການ​ຢຶດໝັ້ນຫຼັກ​ການ​ນຳ​ພາ​ຂອງ​ພັກ, ເຄົາ​ລົບ​ກົດ​ເກນ​ພາ​ວະ​ວິ​ໄສ ແລະໜັກ​ແໜ້ນ​ເປັນ​ພິ​ເສດ 3 ຫຼັກການ​ຄື: ເດັດ​ຂາດ, ໂປ່ງ​ໃສ ແລະມີຫຼັກ​ວິທະ​ຍາ​ສາດ, ສຳລັບການແກ້ໄຂ​ບັນຫາ​ຢາ​ເສບ​ຕິດຕ້ອງ​ເຮັດ​ໃຫ້ພະນັກງານທຸກຄົນ, ປະ​ຊາ​ຊົນ, ສະຖາ​ບັນ​ຄອບ​ຄົວ, ບ້ານ​ມີ​ສ່ວນຮ່ວມເປັນເຈົ້າ​ການ​ຮ່ວມ​ກັບ​ພາກ​ລັດ, ພາກເອ​ກະ​ຊົນເພື່ອ​ເຂົ້າ​ຮ່ວມ​ສະ​ກັດກັ້ນ ແລະແກ້​ໄຂ​ບັນ​ຫາ​ຢາເສບຕິດໃກ້​ຊິດ​ຕິດ​ແທດ​ເພື່ອ​ຫາ​ທາງ​ອອກ​ດ້ວຍ​ຫຼາຍ​ວິ​ທີທີ່​ເປັນ​ລະ​ບົບ ແລະຮັບ​ປະ​ກັນ​ປະ​ສິດ​ທິ​ຜົນຕິດພັນ​ກັບ​ການ​ສະ​ກັດ​ກັ້ນການ​ຜະລິດ, ການ​ຂົນ​ສົ່ງ ແລະຈຳ​ໜ່າຍຢາ​ເສບຕິດຢູ່​ແຕ່​ລະ​ບ່ອນເພື່ອ​ແກ້ໄຂ​ບັນຫາ​ຢາ​ເສບ​ຕິດ​ໃຫ້ຫຼຸດ​ໜ້ອຍ​ຖອຍລົງເປັນ​ກ້າວໆ.


   ການ​ຈັດ​ຕັ້ງ​ເຊື່ອມ​ຊຶມ​ໃນ​ຄັ້ງ​ນີ້ເພື່ອ​ໃຫ້​ພະ​ນັກ​ງານ-​ລັດຖະກອນ ພາຍໃນພະແນກສາທາລະນະສຸກຮັບ​ຮູ້ເຂົ້າ​ໃຈເປັນ​ເອ​ກະ​ພາບ​ສູງຕໍ່​ເນື້ອ​ໃນ​ຈິດ​ໃຈ​ ແລະຄວາມ​ຕັດ​ສິນ ​ໃຈ​ເດັດ​ດ່ຽວ​ຈັດ​ຕັ້ງ​ປະ​ຕິ​ບັດສອງວາ​ລະ​ແຫ່ງ​ຊາດວ່າ​ດ້ວຍ​ການແກ້​ໄຂຄວາມ​ຫຍຸ້ງ​ຍາກດ້ານ​ເສດຖະ​ກິດ-​ການ​ເງິນ ແລະການ​ສະ​ກັດ​ກັ້ນ ແລະແກ້​ໄຂ​ບັນ​ຫາ​ຢາ​ເສບ​ຕິດໃຫ້ໄດ້ຮັບຜົນດີ.


ຂ່າວ: ສົມຄິດ ແກ້ວນວນລາ