ໃບເຕີຍ ມີຄຸນປະໂຫຍດແນວໃດ ມາຮູ້ນຳກັນເລີຍ

  ໃບເຕີຍສະໝຸນໄພຫຼາກຫຼາຍສັບພະຄຸນທີ່ນິຍົມນໍາມາໃຊ້ໃນການປຸງກິ່ນອາຫານ ແລະເຂົ້າໜົມໃນຫຼາຍໆປະເພດ ຊຶ່ງໃນໃບມີກິ່ນຫອມຈາກນໍ້າມັນຫອມລະເຫີຍສີຂຽວຈາກໃບເປັນສີຂອງ ລໍໂຣຟິນລ໌ ໃຊ້ແຕ່ງສີເຂົ້າໜົມໄດ້, ປະຈຸບັນມີການສຶກສາໄດ້ຄົ້ນພົບວ່າໃບເຕີຍມີລິດຫຼຸດນໍ້າຕານໃນເລືອດ, ຫຼຸດຄວາມດັນເລືອດ, ຫຼຸດອັດຕາການເຕັ້້ນຫົວໃຈ ແລະສາມາດແກ້ຮ້ອນໄດ້ອີກດ້ວຍ, ສະນັ້ນມື້ນີ້ໃນຄໍລ້ໍາສາລະໜ້າຮູ້ເລີຍນໍາເອົາວິທີເຮັດນໍ້າໃບເຕີຍມາຝາກທຸກຄົນຈະເຮັດແນວໃດນັ້ນໄປເບິ່ງພ້ອມກັນເລີຍ ໂດຍໃບເຕີຍ 6 ໃບ, ນໍ້າສະອາດ 8 ຖ້ວຍນ້ອຍ, ນໍ້າຕານ 2 ຖ້ວຍນ້ອນ, ນໍ້າກ້ອນ.

   ວິທີເຮັດນໍ້າໃບເຕີຍມາລ້າງໃຫ້ສະອາດແລ້ວຊອຍເປັນຕ່ອນນ້ອຍໆແບ່ງເປັນ 2 ສ່ວນ ນໍາໃບເຕີຍສ່ວນໜຶ່ງມາຕົ້ມນໍ້າປະມານ 10-15 ນາທີ ໃສ່ນໍ້າຕານເພື່ອເພີ່ມລົດຊາດຫວານແລ້ວນໍາໃບເຕີຍສ່ວນທີ່ສອງມາປັ່ນໃຫ້ລະອຽດຕອງເອົາແຕ່ນໍ້າແລ້ວເທໃສ່ ໜໍ້ນໍ້າໃບເຕີຍທີ່ຕົ້ມໄວ້ຕົ້ມປະໄວ້ພໍໃຫ້ເດືອດປະມານ 3 ນາທີແລ້ວປິດໄຟຈາກນັ້ນປະໄວ້ໃຫ້ເຢັນໃສ່ນໍ້າກ້ອນພ້ອມດື່ມ.

----

ຮຽບຮຽງໂດຍ: ຟ້າ