ເຈົ້າແຂວງເຊກອງ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານອັນຈຳເປັນຮີບດ່ວນຢູ່ບ້ານນາວາ

   ວັນທີ 15 ກັນຍາ 2021ນີ້, ທ່ານ ເຫລັກໄຫລ ສີວິໄລ ກຳມະການສູນກາງພັກ,ເລຂາພັກແຂວງ, ເຈົ້າແຂວງເຊກອງພ້ອມພະແນກການກ່ຽວຂ້ອງອອ້ມຂ້າງແຂວງ ໄດ້ລົງເຄື່ອນໄຫວຊຸກຍູ້,ຕິດຕາມ,ກວດກາການຈັດຕັ້ງປະຕິບັດວຽກງານອັນຈຳເປັນຮີບດວ່ນຂອງແຂວງກໍ່ຄືການຈັດຕັ້ງເຜີຍແຜ່ຜັນຂະຫຍາຍຄຳສັ່ງຂອງກົມການເມືອງສູນກາງພັກວ່າດວ້ຍຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະການແກ້ໄຂບັນຫາຢາເສບຕິດຢູ່ກຸ່ມບ້ານນາວາ, ໂດຍມີທ່ານ ວົງເດືອນ ຈັນທະບຸດຊຽງ ກຳມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງລະມາມ ພ້ອມດວ້ຍເລຂາຄະນະພັກບ້ານ-ນາຍບ້ານ ,ອົງການຈັດຕັ້ງແລະປະຊາຊົນບ້ານດັ່ງກ່າວເຂົ້າຮວ່ມ.
   ທ່ານ ບົວສີ ຕຸ້ມຮຽງ ເລຂາພັກ-ນາຍບ້ານນາວາ ໄດ້ລາຍງານສະພາບພັດທະນາເສດຖະກິດ-ສັງຄົມ ໂດຍຫຍໍ້ພາຍໃນກຸ່ມບ້ານວ່າ: ບ້ານດັ່ງກ່າວເປັນບ້ານເທສະບານເມືອງລະມາມແຂວງເຊກອງກໍ່ດີ, ແຕ່ໃນນີ້ສະພາບການພັດທະນາພາຍໃນບ້ານຍັງບໍ່ທັນພົ້ນເດັ່ນເທົ່າທີ່ຄວນທັງນີ້ກໍ່ຍ້ອນຫລາຍສາເຫດທີ່ຍັງກົດໜວ່ງຖວ່ງດຶງການຈັດຕັ້ງປະຕິບັດເປັນຕົ້ນຂອດການປະສານງານແລະການຊຸກຍູ້ຕິດຕາມຂອງບັນດາຂະແໜງການກ່ຽວຂ້ອງຍັງບໍ່ທັນຕໍ່ເນື່ອງ,ການຜະລິດຍັງອີງໃສ່ທຳມະຊາດເປັນສວ່ນໃຫຍ່ຍັງນຳໃຊ້ແນວພັນດັ້ງເດີມ, ການເກັບກຳຂໍ້ມູນທີ່ດິນ ແລະເກັບລາຍຮັບເຂົ້າງົບປະມານຍັງບໍ່ທັນບັນລຸຕາມແຜນການທີ່ວາງເອົາໄວ້.
   ຈາກນັ້ນ, ທ່ານເຈົ້າແຂວງເຊກອງໄດ້ກ່າວເນັ້ນໃຫ້ບັນດາຂະແໜງການກ່ຽວຂ້ອງທັງແຂວງແລະເມືອງຕ້ອງໄດ້ເອົາໃຈໃສ່ຖືເປັນບູລິມະສິດອັນຈຳເປັນຮີບດວ່ນແກ້ໄຂບັນຫາໃຫ້ຖືກຈຸດແລະທວ່ງທັນກັບສະພາບການເພື່ອຊວ່ຍເຫລືອປັບປຸງ-ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ໄດ້ຮັບການພັດທະນາດີຂື້ນພ້ອມດຽວກັນຕ້ອງໄດ້ສຸມໃສ່ຊຸກຍູ້ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ມີຄວາມເຂັ້ມແຂງເພື່ອແກ້ໄຂປະກົດການຫຍໍ້ທໍ້ພາຍໃນບ້ານ, ບັນຫາຂີ້ລັກງັດແງະຢາເສບຕິດແລະອື່ນໆ ໂດຍຄຽງຄູ່ກັບການສືບຕໍ່ຊຸກຍູ້ວຽກງານຮັກສາອະນາໄມສາມສະອາດກໍ່ຄືການປະຕິບັດມາດຕະການປ້ອງກັນ, ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃຫ້ກາຍເປັນວາລະແຫ່ງຊາດຂອງທົ່ວປວງຊົນ.
 ໂອກາດລົງເຄື່ອນໄຫວຄັ້ງນີ້ທ່ານເຈົ້າແຂວງເຊກອງພ້ອມຄະນະໄດ້ນຳເອົາເຄື່ອງຊວ່ຍເຫຼືອປະເພດເຂົ້າສານຈ້າວ ຈຳນວນ 10 ເປົ໋າ, ປຶ້ມຂຽນ 1.500 ຫົວ,ອຸປະກອນກິລາຈຳນວນໜຶ່ງ ລວມມູນຄ່າ 10,5 ລ້ານກີບ ມອບໃຫ້ປະຊາຊົນບ້ານດັ່ງກ່າວໂດຍມີຄະນະພັກ-ອົງການປົກຄອງບ້ານ ແລະປະຊາຊົນພາຍໃນບ້ານນາວາກ່າວຮັບ.


ຂ່າວ: ດາວສະຫວັນ