ນະຄອນຢູຊິ ແຂວງຢູນນານ ມອບອຸປະກອນການແພດໃຫ້ແຂວງຈຳປາສັກ ມູນຄ່າ 300 ລ້ານກວ່າກີບ

   ຂ່າວ: ທັດຊະນະ

    ນະຄອນຢູຊິ ແຂວງຢູນນານ ຂອງສາທາລະນະລັດ ປະຊາຊົນຈີນ ມອບອຸປະກອນການແພດໃຫ້ແຂວງຈຳປາສັກ ສປປ ລາວ ລວມມູນຄ່າ 2 ແສນຢວນ ຫຼືປະມານ 300 ລ້ານກວ່າກີບ, ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນສະກັດກັ້ນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ໂດຍອຸປະກອນດັ່ງປະກອບມີຜ້າອັດປາກ-ດັງ ຈຳນວນ 12.500 ແຜ່ນ ແລະຊຸດປ້ອງກັນການແພດ ຫຼືຊຸດ PPE ຈຳນວນ 2.720 ຊຸດ.


   ພິທີມອບ-ຮັບ ການຊ່ວຍເຫຼືອໄດ້ມີຂຶ້ນໃນວັນທີ 15 ກັນຍາ 2021, ທີ່ຫ້ອງວ່າການແຂວງ, ຕາງໜ້າໃຫ້ຄະນະນຳແຂວງກ່າວຮັບໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ, ມີຜູ້ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
  ການພົວພັນການຊ່ວຍເຫຼືອດັ່ງກ່າວນີ້ແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານອຸປະກອນການແພດທີ່ຈະນຳໃຊ້ເຂົ້າໃນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ທີ່ພວມລະບາດຢູ່ ສປປ ລາວ ໃນປະຈຸບັນ, ທັງເປັນການເສີມຂະຫຍາຍມູນເຊື້ອອັນສວຍສົດງົດງາມສາຍພົວພັນການຮ່ວມມືລາວ-ຈີນ ເວົ້າລວມ, ເວົ້າສະເພາະແຂວງຈໍາປາສັກ ກັບ ນະຄອນຢູຊິ ແຂວງຢູນນານຂອງ ສປ ຈີນ.