ຂ່າວດ່ວນ!! ເປີດເຜີຍຕົ້ນເຫດຄະດີ ເມຍໃຫຍ່ໃຊ້ນໍ້າມັນຫົດເມຍນ້ອຍ ແລ້ວຈູດໄຟ

  ຕາມການລາຍງານຂອງໜັງສືພິມຄວາມສະຫງົບໃຫ້ຮູ້ວ່າ: ສໍາລັບເຫດການທີ່ແມ່ຍິງສອງຄົນຜິດຖຽງກັນຢູ່ທີ່ບ້ານຖິ່ນທ່ຽງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເຖິງຂັ້ນທໍາຮ້າຍຮ່າງກາຍຢ່າງຮຸນແຮງດ້ວຍການໃຊ້ນໍ້າມັນແອັດຊັງຫົດໃສ່ຄູ່ກໍລະນີກ່ອນຂີດໄຟຈູດເຮັດໃຫ້ໄດ້ຮັບບາດເຈັບສາຫັດກາຍເປັນກະແສໂດ່ງດັງທາງສື່ສັງຄົມອອນລາຍ ແລະມີຫາງສຽງວິຈານໄປຫຼາຍແງ່ມູມດ້ວຍການບໍລິໂພກຂໍ້ມູນບາງດ້ານທີ່ບໍ່ຖືກຕ້ອງ.

    ຕໍ່ກັບບັນຫາດັ່ງກ່າວ, ພັທ ສິງຄໍາ ລໍວັນໄຊ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງປາກງື່ມ ໄດ້ເປີດເຜີຍຕໍ່ນັກຂ່າວໜັງສືພິມຄວາມສະຫງົບໃນວັນທີ 15 ກັນຍາ 2021 ວ່າ: ກ່ຽວກັບເຫດການການເອົານໍ້າມັນສາດໃສ່ຮ່າງກາຍແລ້ວເອົາໄຟຈູດເຮັດໃຫ້ມີຄົນໄດ້ຮັບບາດເຈັບສາຫັດ 1 ຄົນ ແລະບາດເຈັບສົມຄວນ 1 ຄົນ; ເຊິ່ງເກີດຂຶ້ນໃນວັນທີ 8 ກັນຍາ, ເວລາປະມານ 14:00 ໂມງ, ຜູ້ກໍ່ເຫດຊື່ນາງ ດອກຈັນ ອາຍຸ 19 ປີ ບ້ານຖິ່ນທ່ຽງ.

 

  ຜ່ານການສືບສວນ-ສອບສວນ ຜູ້ກ່ຽວໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ໃນປີ 2019 ໄດ້ສ້າງຄອບຄົວກັບ ທ້າວ ສຸວັນທອນ ຫຼືຕົ້ນ ອາຍຸ 29 ປີຢູ່ບ້ານຖິ່ນທ່ຽງ ຢ່າງຖືກຕ້ອງຕາມລະບຽບກົດໝາຍຈົນມີລູກນໍາກັນ 1 ຄົນ ອາຍຸ 10 ເດືອນ ແລະກໍາລັງຖືພາຜູ້ທີ 2 ໄດ້ 6 ເດືອນ; ຕະຫຼອດໄລຍະຜ່ານມາ, ພວກກ່ຽວແມ່ນມີເລື່ອງຜິດຖຽງ ແລະບໍ່ເຂົ້າໃຈກັນເປັນປະຈໍາຍ້ອນຜົວເປັນຄົນອາລົມຮ້ອນ ແລະມັກຫຼິ້ນສາວ; ມາຮອດປີ 2020, ຈຶ່ງໄດ້ຮູ້ວ່າ: ທ້າວ ຕົ້ນ (ຜົວ) ໄດ້ມີການພົວພັນກັບ ນາງ ພອນສະຫວັນ ຫຼື ເມ ອາຍຸ 19 ປີບ້ານດອນໄຮ່ ແບບຊູ້-ສາວ; ເຊິ່ງໃນໄລຍະຜ່ານມາ, ອໍານາດການປົກຄອງບ້ານ ແລະຍາດຕິພີ່ນ້ອງຍັງໄດ້ເອີ້ນຜົວ ແລະນາງ ເມ ໄປສຶກສາອົບຮົມ-ກ່າວເຕືອນ ແຕ່ພວກຜູ້ກ່ຽວຍັງບໍ່ຢຸດເຊົາຍັງໄປມາຫາສູ່ກັນຢູ່.

   ໃນຕົ້ນເດືອນກັນຍາ 2021, ນາງ ດອກຈັນ (ຜູ້ກໍ່ເຫດ) ໄດ້ໄປຫາ ນາງ ເມ ຢູ່ເຮືອນເພື່ອຕັກເຕືອນໃຫ້ຢຸດເຊົາຕິດຕໍ່ກັບຜົວຕົນເອງມາແລ້ວ. ໃນມື້ເກີດເຫດ, ຄືວັນທີ 8 ກັນຍາ 2021,ເວລາປະມານ 14:00 ໂມງ ນາງ ດອກຈັນ ໄດ້ຊວນໝູ່ອີກ 2 ຄົນ ໄປຕັດໄມ້ຢູ່ສວນບ້ານດົງກະລຶມເພື່ອມາເຮັດຄອກໄກ່. ແຕ່ບັງເອີນບໍ່ເຫັນພ້າຢູ່ເຮືອນຈຶ່ງຄິດວ່າ: ຜົວເອົາພ້າໄປໄວ້ເຮືອນພີ່ນ້ອງຊື່ ທ້າວ ໂກເຊ່ (ສະຖານທີ່ເກີດເຫດ).

 

   ຈາກນັ້ນ, ຈຶ່ງໄດ້ຂີ່ລົດຈັກໄປເອົາພ້າຢູ່ເຮືອນຫຼັງດັ່ງກ່າວພາຍຫຼັງທີ່ໄປຮອດຜູ້ກ່ຽວພົບເຫັນເກີບແມ່ຍິງແຕ່ຜູ້ກ່ຽວກໍບໍ່ໄດ້ຄິດຫຍັງເພາະຄິດວ່າເປັນເກີບຂອງແມ່ບ້ານທີ່ມາເຮັດວຽກອານາໄມຢູ່ນັ້ນ. ຈາກນັ້ນ, ຜູ້ກ່ຽວຈຶ່ງໄດ້ຍ່າງໄປເຄາະປະຕູຫ້ອງນອນແມ່ບ້ານ 2-3 ຄັ້ງ ເພື່ອຈະຂໍເອົາພ້າ ແລະໃນຂະນະນັ້ນພົບເຫັນ ນາງ ເມ ໄຂປະຕູອອກມາ.

   ເມື່ອເຫັນແນວນັ້ນ, ຈຶ່ງໄດ້ມີປາກສຽງຜິດຖຽງກັນ ແລະຍັງໄດ້ໃຊ້ມືຖືຖ່າຍຄລິບວິດີໂອໄວ້ເພື່ອເປັນຫຼັກຖານຢັ້ງຢືນວ່າ: ທ້າວ ສຸວັນທອນ (ຜົວ) ໄດ້ເອົານາງ ເມ ມາເຊື່ອງໄວ້ຢູ່ເຮືອນພີ່ນ້ອງ.

   ແຕ່ໃນຂະນະນັ້ນ, ທ້າວ ໂກເຊ່ ແລະໝູ່ທີ່ໄປນໍາໄດ້ພາກັນມາຫ້າມເອົາໄວ້ແຕ່ທັງສອງກໍຍັງສືບຕໍ່ຜິດກັນຢູ່; ນາງ ດອກຈັນ ຈຶ່ງໄດ້ຍ່າງໄປຈັບເອົານໍ້າມັນແອັດຊັງຢູ່ບໍລິເວນໃກ້ຄຽງເຊິ່ງບັນຈຸໄວ້ໃນຕຸກນໍ້າດື່ມຫົວເສຶອ (ຕຸກກາງ) ປະມານເຄິ່ງຕຸກມາສາດໃສ່ຮ່າງກາຍຂອງນາງ ເມ ພ້ອມທັງໄດ້ໄປຈັບເອົາກັບໄຟ ແລະທຽນຢູ່ຮ້ານບູຊາ ເພື່ອມາຂີດໄຟໃສ່ທຽນແລ້ວເວົ້ານາບຂູ່ວ່າ: ຈະຈູດນາງ ເມ 2-3 ຄັ້ງ ແຕ່ນາງ ເມໄດ້ເອົາຕົວໄປລີ້ຢູ່ດ້ານຫຼັງຂອງທ້າວ ໂກເຊ່. ເວລາຕໍ່ມາ, ນາງ ດອກຈັນ ທີ່ໄດ້ຂີດໄຟໃສ່ທຽນຢູ່ແລ້ວໄດ້ທຽນຍືນອອກໄປເຮັດໃຫ້ຖືກແຂນນາງ ເມ ຈົນເກີດມີໄຟລຸກໄໝ້ຖ້ວມຕົນຕົວນາງ ເມ ຈົນໄດ້ຮັບບາດເຈັບສາຫັດ, ສ່ວນທ້າວ ໂກເຊ່ ແມ່ນໄດ້ຮັບບາດເຈັບຫຼາຍສົມຄວນ.

 

    ເຈົ້າໜ້າທີ່ຍັງໃຫ້ຮູ້ອີກວ່າ: ການກະທໍາຂອງ ນາງ ດອກຈັນ ເປັນການກະທໍາໂດຍເຈດຕະນາ, ເຊິ່ງສະແດງອອກວ່າ: ໄດ້ໃຊ້ນໍ້າມັນແອັດຊັງທີ່ເປັນເຊື້ອເພີງສາດໃສ່ຮ່າງກາຍຂອງຜູ້ອື່ນແລ້ວໃຊ້ໄຟຈູດໃສ່ຈົນເຮັດໃຫ້ຄົນອື່ນໄດ້ຮັບບາດເຈັບສາຫັດ, ເຊິ່ງການກະທໍາດັ່ງກ່າວແຕະຕ້ອງເຖິງຊີວິດ ແລະສຸຂະພາບຄົນອື່ນເປັນການກະທໍາທີ່ອັນຕະລາຍ ແລະສະເທືອນຂວັນໃຫ້ແກ່ສັງຄົມ, ເຊິ່ງຜິດຕໍ່ປະມວນກົດໝາຍອາຍາໃນຂໍ້ກ່າວຫາ: ການຄາດຕະກໍາຍ້ອນຖືກກະທົບທາງດ້ານຈິດໃຈ (ຂັ້ນພະຍາຍາມ). ແຕ່ຍ້ອນຜູ້ກ່ຽວມີລູກນ້ອຍ ແລະກໍາລັງຖືພາເຫັນຕາມາດຕາ 103 ຂໍ້ 2 ຂອງປະມວນກົດໝາຍອາຍາ ແຫ່ງ ສປປ ລາວ, ຈຶ່ງໃຫ້ຄອບຄົວຄໍ້າປະກັນດ້ວຍເງິນສົດ ຈໍານວນ 30 ລ້ານກີບ.

  ຢ່າງໃດກໍຕາມ, ຕໍ່ກັບກະດີດັ່ງກ່າວເຈົ້າໜ້າທີ່ຮຽກຂອງມາຍັງພໍ່ແມ່ປະຊາຊົນຈົ່ງມີສະຕິໃນການຊົມໃຊ້ສື່ອອນໄລ ແລະບໍລິໂພກຂໍ້ມູນຂ່າວສານທີ່ຖືກຕ້ອງຈາກທາງການເທົ່ານັ້ນ.