ລາວຮ່ວມປະຊຸມລັດຖະມົນຕີພະລັງງານອາຊຽນ

ຂ່າວ: ກົມແຜນການ

  ໃນລະຫວ່າງວັນທີ 13-14 ກັນຍາ 2021 ທີ່ກະຊວງພະລັງງານ ແລະບໍ່ແຮ່, ກົມແຜນການ ແລະການຮ່ວມມືຊຶ່ງນໍາໂດຍທ່ານ ອາຄົມເດດ ວົງໄຊ ຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ສປປ ລາວ ພ້ອມດ້ວຍຮອງຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ສປປ ລາວ, ບັນດາຄະນະໜ່ວຍງານເຮັດວຽກຍ່ອຍ ແລະຜູ້ຕາງໜ້າຈາກບັນດາກະຊວງກ່ຽວຂ້ອງໄດ້ເຂົ້າຮ່ວມກອງປະຊຸມກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 39 (ASEAN Minister on Energy Meeting and Associated Mee ting: AMEM39) ແລະກອງປະຊຸມປີກຍ່ອຍໂດຍການເປັນເຈົ້າພາບຂອງປະເທດບຣູໄນຜ່ານທາງລະບົບອອນລາຍ.

    ຈຸດປະສົງຫຼັກຂອງກອງປະຊຸມແມ່ນເພື່ອເປັນການກະກຽມບົດສະຫຼຸບລາຍງານຂອງທຸກໆບັນດາກິດຈະກຳໃນແຜນວຽກ APAEC, ລວມເຖິງການລາຍງານການຈັດຕັ້ງປະຕິບັດໂຄງການ LTMSPIP ຊຶ່ງປະຈຸບັນເຫັນວ່າມີຄວາມຄືບໜ້າດີ. ພ້ອມດຽວກັນນີ້, ຍັງໄດ້ມີການປຶກສາຫາລືການຮ່ວມມືກັບບັນດາຄູ່ຮ່ວມພັດທະນາ ແລະອົງການຈັດຕັ້ງສາກົນທີ່ມີທ່າແຮງໃໝ່ເຊັ່ນ: ສະຫະລັດອາເມລິກາ ແລະການສະເໜີຂອງ ACE ເພື່ອບັນຈຸກິດຈະກໍາດ້ານພະລັງງານເຂົ້າໃນ UNFCCC COP26. ລາຍງານສະຫຼຸບການຈັດຕັ້ງປະຕິບັດບັນດາກິດຈະກຳພາຍໃຕ້ກອບອາຊີຕາເວັນອອກພະລັງງານປີ 2020/2021 EAS ECTF ທີ່ປະກອບມີ: ການພັດທະນາພະລັງງານຊີວະພາບເຂົ້າໃນພາກຄົມມະນາຄົມ, ການປະຢັດພະລັງງານ, ພະລັງງານໃໝ່, ການຮ່ວມຄົ້ນຄວ້າສຶກສາ ແລະພັດທະນາຂອງ Carbon Recycle ແລະ CCUS Carbon Capture, Utilistion and Storage). ລວມທັງການສະຫຼຸບວຽກທີ່ປະເທດບວກສາມ (SOME+3) ໃຫ້ການຊ່ວຍເຫຼືອໂດຍ ສະເພາະໃນດ້ານຄວາມໝັ້ນຄົງດ້ານພະລັງງານ, ຕະຫຼາດນໍ້າມັນ ແລະອາຍແກັດ, ພະລັງງານໃໝ່ ແລະRE, ການປະຫຍັດພະລັງງານ, ພະລັງງານສະອາດ.