ປະທານອົງການແຄຣີຕັສລຸກຊຳບວກລົງກວດການກໍ່ສ້າງ ໂຮງຮຽນບ້ານນາສົມ

  ໃນອາທິດຜ່ານມານີ້ທ່ານ ນາງ ມາລີໂຈ ຊີຈາຄັອບ ປະທານ ອົງການແຄຣີຕັສລຸກຊຳບວກປະຈຳປະເທດລຸກຊຳບວກ ແລະທ່ານ ແຊມສະຄຼາຍເນີອຸປະທູດລຸກຊຳ ບວກປະຈຳ  ສປປ  ລາວ  ພ້ອມດ້ວຍ ທີມງານໄດ້ລົງຢ້ຽມຢາມເບິ່ງໂຄງການກໍ່ສ້າງອາຄານຮຽນຫຼັງໃໝ່ໂຮງຮຽນປະຖົມສົມບູນບ້ານນາສົມເມືອງຄູນແຂວງຊຽງຂວາງ ໂດຍເປັນກຽດກ່າວຮັບຂອງທ່ານ ຄຳຫຼ້າ ສີດວງໄຊ ຮອງເຈົ້າເມືອງ ຄູນ, ທ່ານ ຄຳດີ ຈັນທະວົງ ຫົວ ໜ້າຫ້ອງການສຶກສາທິການ ແລະ ກີລາເມືອງຄູນ, ມີອໍານາດການປົກຄອງບ້ານ, ຄູອາຈານ, ພໍ່ແມ່ປະຊາຊົນ ແລະນ້ອງນ້ອຍນັກຮຽນ.

  ປະທານອົງການແຄຣີຕັສລຸກ ຊຳບວກພ້ອມດ້ວຍຄະນະທີມງານ ລົງເຄື່ອນໄຫວຢ້ຽມຢາມເມືອງຄູນ ຄັ້ງນີ້ແມ່ນເພື່ອຕິດຕາມກວດກາ  ເບິ່ງຄວາມຄືບໜ້າໂຄງການກໍ່ສ້າງ ອາຄານຮຽນຫຼັງໃໝ່ຢູ່ໂຮງຮຽນ ປະຖົມສົມບູນບ້ານນາສົມມາຮອດ ປະຈຸບັນຄືບໜ້າຈັກສ່ວນຮ້ອຍ ແລະ ການກໍ່ສ້າງໄປຕາມຮູບແບບຂັ້ນ ຕອນຄືແນວໃດ?  ເພື່ອເຮັດແນວ ໃດໃຫ້ການກໍ່ສ້າງບັນລຸທັນຕາມ ແຜນທີ່ກໍານົດ ຊຶ່ງອາຄານຮຽນ ຫຼັງໃໝ່ນີ້ໄດ້ເລີ່ມລົງມືກໍ່ສ້າງມາ ແຕ່ວັນທີ 15 ພະຈິກ 2018 ໂດຍ ໄດ້ຮັບທຶນສະໜັບສະໜູນການກໍ່ ສ້າງຈາກໂຄງການຫຼຸດຜ່ອນຄວາມ ສ່ຽງ  ແລະຄຸ້ມຄອງໄພພິບັດໄລຍະ III,  ເປັນອາຄານຮຽນຖາວອນຊັ້ນ ດຽວເທດ້ວຍເບຕົ່ງເສີມເຫຼັກ, ມຸງ ດ້ວຍກະເບື້ອງ, ຂະໜາດ  42  ແມັດ x8 ແມັດ, ມີທັງໝົດ 6 ຫ້ອງ, ໃນ ນັ້ນມີ 1 ຫ້ອງການ, 5 ຫ້ອງຮຽນ ແລະຫ້ອງນ້ຳ 1 ຫຼັງມີ 2 ຫົວວິດ ລວມມູນຄ່າການກໍ່ສ້າງທັງໝົດ 550 ລ້ານກີບ, ໂດຍແມ່ນບໍລິສັດວົງສາຍຄຳເປັນຜູ້ຮັບເໝົາກໍ່ສ້າງ, ຄາດວ່າວັນທີ 15 ເມສາ 2019 ການກໍ່ສ້າງຈະໃຫ້ສໍາເລັດ 100  ເປີ ເຊັນ.

   ຂະນະດຽວກັນທ່ານອຸປະທູດ ລຸກຊໍາບວກປະຈໍາ  ສປປ  ລາວ ຍັງໄດ້ມີຄໍາຄິດຄໍາເຫັນຕໍ່ພໍ່ແມ່ປະຊາ ຊົນພ້ອມທັງຍົກໃຫ້ເຫັນເຖິງຄວາມ ສໍາຄັນຂອງໂຮງຮຽນເພາະໂຮງ ຮຽນເປັນບ່ອນຝຶກຝົນຫຼໍ່ຫຼອມໃຫ້ ຄວາມຮູ້ແກ່ລູກຫຼານນັກຮຽນເປັນ ບ່ອນສຶກສາໃຫ້ນັກຮຽນມີຄວາມຮູ້ ຄວາມສາມາດສະຫຼາດຫຼັກແຫຼມຂໍໃຫ້ພໍ່ແມ່ປະຊາຊົນຈົ່ງຊຸກຍູ້ລູກຫຼານຕົນເອງມາເຂົ້າໂຮງຮຽນເພື່ອໃຫ້ເຂົາເຈົ້າໄດ້ມີໂອກາດສຶກສາຮໍ່າຮຽນຢ່າງສຸດກົກສຸດປາຍ.