ແອງເຈລ່າເບບີ້ ນຸ່ງຊຸດສີແດງໂດດເດັ່ນງົດງາມຫຼາຍ

  ຄົນບັນເທີງ ສປ ຈີນ ພາກັນເຂົ້າຮ່ວມງານເທສະການຮູບເງົານາໆຊາດປັກກິ່ງ ຄັ້ງທີ 11 ທີ່ ທະເລສາບຢຽນຊີ ຢ່າງໜາແໜ້ນຂະນະທີ່ແຟນໆທົ່ວອາຊີຕ່າງເຝົ້າລໍທີ່ຈະເຫັນໜ້າບັນດາຊຸບຕາທີ່ຮັກທີ່ແຕ່ງຕົວສຸດອະລັັງການເຂົ້າຮ່ວມງານເປີດໂຕຮູບເງົາຂອງຕົນເອງ.

  ໜຶ່ງໃນນັ້ນທີ່ໄດ້ຮັບຄວາມສົນໃຈບໍ່ໜ້ອຍກໍ່ຄືຊຸບຕາສາວແອງເຈ ລ່າເບບີ້ (ຫຍາງອິງ) ນັກສະແດງຄົນຈີນລູກເຄິ່ງເຢຍລະມັນທີ່ນຸ່ງຊຸດສີແດງງົດງາມຈົນຕິດແທນເວຍປໍ  #Angelababy  #Angelababyຊຸດຫົວໃຈສີແດງຂອງແອງເຈລ່າເບບີ້ ໄດ້ຮັບຄວາມສົນໃຈບໍ່ໜ້ອຍເຫັນລຽບໆແຕ່ງົດງາມຫຼາຍດ້ວຍໂທນສີແດງບອກເລີຍວ່າເບິ່ງແລ້ວບໍ່ຢາກຫຼັບຕາເລີຍ.

----

ໜັງສືພິມ ເສດຖະກິດ-ສັງຄົມ