ຈຳປາຫອມ ເລີ່ມສົ່ງເຂົ້າລາວງວດທຳອິດເຈາະຕະຫຼາດອີຢູ

   ນັບເປັນບາດກ້າວສຳຄັນສຳລັບເຂົ້າລາວໃນຕະຫຼາດພາກພື້ນກໍ່ຄືສາກົນພາຍຫຼັງທີ່ບໍລິສັດ ຈຳປາຫອມການຄ້າ ຂາອອກ-ຂາເຂົ້າຈຳກັດຜູ້ດຽວໄດ້ເລີ່ມສົ່ງອອກເຂົ້າລາວງວດທຳອິດ 50 ໂຕນ ໄປຍັງຕະຫຼາດສະພາບເອີຣົບ ຫຼືອີຢູ ທີ່ມີປະເທດເບ່ວຢ້ຽມເປັນປາຍທາງຮັບຊື້ທັງນີ້ບໍລິສັດມີແຜນສົ່ງໄປຕື່ມອີກຫຼາຍພັນໂຕນແຕ່ບັນຫາຄືການຮັກສາຄຸນນະພາບເຂົ້າຫຼັງເກັບກ່ຽວຍັງເປັນສິ່ງທີ່ທ້າທາຍສຳລັບເຂົ້າລາວຊຶ່ງບໍລິສັດຕ້ອງການທຶນຮອນຕື່ມໃຊ້ເຂົ້າໃນການປັບປຸງຂະບວນການຜະລິດເຂົ້າເພື່ອໃຫ້ໄດ້ຕາມຄຸນນະພາບຂອງຕະຫຼາດຕ້ອງການ.

  ພິທີຈັດສົ່ງເຂົ້າດັ່ງກ່າວໄດ້ມີຂຶ້ນໃນ ວັນທີ 29 ກັນຍາ 2021 ທີ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ໄຊຍະເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າກະຊວງອຸດສາຫະກຳ ແລະການຄ້າ, ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງ, ທ່ານ ນາງ ວັນມະນີ ວັນນະສານ ຫົວໜ້າພະແນກອຸດສາຫະກຳ ແລະການຄ້ານະຄອນຫຼວງ, ທ່ານ ປອ ຫຼ້າສາຍ ນວນທະສິງ ຫົວໜ້າພະແນກກະສິກຳ ແລະປ່າໄມ້ນະຄອນຫຼວງ, ທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

   ທ່ານ ນາງ ບຸນຮຽງ ພົມມີໄຊ ຜູ້ອຳນວຍການບໍລິສັດ ຈຳປາຫອມ ການຄ້າຂາເຂົ້າ-ຂາອອກຈຳກັດ ເປີດເຜີຍຕໍ່ທີມຂ່າວໜັງສືພິມເສດຖະກິດ-ສັງຄົມ ພວກເຮົາວ່າ: ດ້ວຍບຸນຄຸນຂອງພັກ ແລະລັດຖະບານໂດຍສະເພາະກະຊວງອຸດສາຫະກຳແລະການຄ້າ, ກະຊວງກະສິກຳ ແລະປ່າໄມ້ຕະຫຼອດຮອດທຸກພາກສ່ວນກ່ຽວຂ້ອງເບື້ອງລັດທີ່ໄດ້ຊຸກຍູ້ສົ່ງເສີມອຳນວຍຄວາມສະດວກໃຫ້ຂ້າມຜ່ານຄວາມຫຍຸ້ງຍາກໃນດ້ານຕ່າງໆບໍ່ວ່າຈະເປັນດ້ານທຶນຮອນໃນໂຄງການຊ່ວຍເຫຼືອ 3% ກອງທຶນສົ່ງເສີມວິສາຫະ ກິດຂະໜາດນ້ອຍ ແລະກາງຂອງກົມສົ່ງເສີມທຸລະກິດຂະໜາດນ້ອຍ ແລະກາງ ແລະໂຄງການ BAF 2 ທີ່ໄດ້ຊ່ວຍສົມ ທົບທຶນ 50% ຈ້າງທີ່ປຶກສາ, ວິຊາການ ແລະໃນສະພາບໂຄວິດ-19 ທີ່ກຳລັງລະບາດແຮງໃນປະຈຸບັນກໍ່ບໍ່ເປັນອຸປະສັກເຮັດໃຫ້ສາມາດສົ່ງອອກເຂົ້າງວດທຳອິດຂອງບໍລິສັດໄປຍັງຕະຫຼາດຍັກໃຫຍ່ຂອງໂລກກໍ່ຄືອີຢູໄດ້ຢ່າງຫາຍກັງວົນ.

  ສຳລັບການສົ່ງອອກໃນຄັ້ງນີ້ແມ່ນເປັນການທົດລອງມີທັງໝົດ 50 ໂຕນ ແມ່ນເປັນໝາກຜົນຂອງການສົ່ງເສີມກຸ່ມຊາວນາປູກເຂົ້າໂຄງການຜະລິດກະສິກຳເປັນສິນຄ້າຂອງກະຊວງກະສິກຳຊຶ່ງທະນາຄານໂລກໃຫ້ການສະໜັບສະໜູນໃນການໃຫ້ກູ້ຢືມທຶນ ແລະຄິດວ່າທາງບໍລິສັດຈະໄດ້ຮັບທຶນສົມທົບຈາກໂຄງການດັ່ງກ່າວໃນມໍ່ໆນີ້ເພື່ອມາສົມທົບພັດທະນາອຸປະກອນເຄື່ອງມືການຜະລິດໃຫ້ດີຂຶ້ນ ແລະໄດ້ມາດຖານກວ່າເກົ່າ ແລະໃນອະນາຄົດຕໍ່ໜ້າອັນໃກ້ນີ້ບໍລິສັດຈະມີການເຊັນສັນຍາກັບບໍລິສັດຮັບຊື້ປາຍທາງຕື່ມອີກບໍ່ຫຼຸດ 2-3 ພັນໂຕນຕໍ່ຄັ້ງຂະນະທີ່ບໍລິສັດທີ່ຮັບຊື້ມີຄວາມຕ້ອງການເຂົ້າຈາກລາວຫຼາຍແສນໂຕນຕໍ່ປີ.

  ຢ່າງໃດກໍ່ຕາມນີ້ແມ່ນຄວາມພາກພູມໃຈຂອງສິນຄ້າກໍ່ຄືເຂົ້າລາວເຮົາກໍ່ມີຄຸນນະພາບສາມາດແຂ່ງຂັນບໍ່ແພ້ຊາດອື່ນໃດໃນໂລກຊຶ່ງໃນຕໍ່ໜ້າເພື່ອໃຫ້ສາມາດຮັກສາ ແລະຕອບສະໜອງໄດ້ກັບຄວາມຕ້ອງການຂອງຕະຫຼາດພາຍໃນສຳຄັນແມ່ນຕະຫຼາດຕ່າງປະເທດບໍລິສັດ ຈຳປາຫອມ ຍັງມີຄວາມຕ້ອງການທຶນດອກເບ້ຍຜ່ອນຜັນຕື່ມອີກ 5 ລ້ານໂດລາເພື່ອມາປັບປຸງພັດທະນາຂະບວນການຜະລິດໂດຍສະເພາະແມ່ນເຄື່ອງມືກົນຈັກການຜະລິດ, ຂະຫຍາຍກຸ່ມຜະລິດ, ທຶນເກັບຊື້, ໂຮງອົບເຂົ້າ ແລະ ໂຮງສີທີ່ສະໄໝໃຫ້ໄດ້ຕາມຄຸນນະພາບ ແລະມາດຕະຖານຕາມທີ່ລູກຄ້າຕ້ອງການ.

  ທັງນີ້ທ່ານ ນາງ ບຸນຮຽງ ພົມມີໄຊ  ຢໍ້າຕື່ມວ່າ: ບໍລິສັດຕົນເປັນຂອງຄົນລາວນ້ອຍໆແຕ່ຕັ້ງຄວາມຄາດຫວັງຢາກເປັນບໍລິສັດຕົວແບບຂອງລາວໃນການສົ່ງອອກເຂົ້າລາວໄປຕະຫຼາດສາກົນສະນັ້ນ, ທຶນໃນການພັດທະນາຄືສີ່ງທີ່ສຳຄັນຫຼາຍ ໂດຍປະຈຸບັນບໍລິສັດໄດ້ສົ່ງເສີມຊາວນາປູກເຂົ້າທີ່ເປັນສະມາຊິກທັງໝົດ 600 ກວ່າຄອບຄົວລວມເນື້ອທີ່ 600 ກວ່າເຮັກຕາ ທີ່ຢູ່ນະຄອນຫຼວງວຽງຈັນ ຍັງບໍ່ລວມກັບຢູ່ແຂວງຊຽງຂວາງທີ່ມີການເຊັນສັນຍາກັບກຸ່ມຊາວນາເມື່ອບໍ່ດົນມານີ້.