ໂທດຂອງນ້ຳຕານ ຄາດຕະກອນງຽບໃກ້ຕົວ

   ນ້ຳຕານເປັນສ່ວນໜຶ່ງຂອງອາຫານແປຮູບຫຼາກຫຼາຍຮູບແບບທີ່ວາງຂາຍຢູ່ຕາມທ້ອງຕະຫຼາດ ຕັ້ງແຕ່ຂະໜົມປັງໄປຈົນເຖິງຜະລິດຕະພັນຈາກຊີ້ນ ສັດ ແລະຜູ້ຄົນບໍ່ໄດ້ຄິດເຖິງການນຳນ້ຳຕານເຂົ້າສູ່ ຮ່າງກາຍໃນແຕ່ລະມື້ນ້ຳຕານສາມາດທຳລາຍຕັບໄດ້ອາຫານທີ່ມີປະລິມານນ້ຳຕານສູງສ້າງໄຂມັນໃຫ້ສະສົມຢູ່ອ້ອມຕັບ ຊຶ່ງເປັນສາເຫດໃຫ້ເກີດພະຍາດໄຂ ມັນພອກຕັບໂດຍບໍ່ໄດ້ເກີດຈາກທາດເຫຼົ້າ.

  ການບໍລິໂພກຟຸກໂຕສຫຼາຍເກີນໄປອາດນຳໄປສູ່ພາວະຮໍໂມນເລບຕິນຖືກຕ້ານທານ (ຄວາມຮູ້ສຶກວ່າ ກິນຊ້ຳໃດກໍບໍ່ອິ່ມ)   ຮໍໂມນເລບຕິນຈະເປັນຕົວບອກສະ ໝອງເມື່ອເຮົາອິ່ມແລ້ວແຕ່ເມື່ອເກີດພາວະຮໍໂມນເລບຕິນຖືກຕ້ານທານຜົນລັບທີ່ໄດ້ຈະເຮັດໃຫ້ເຮົາກາຍ ເປັນພະຍາດຕຸ້ຍ ນອກຈາກນີ້ ນໍ້າຕານຍັງມີຄວາມ ກ່ຽວຂ້ອງກັບການເກີດພະຍາດມະເຮັງອີກດ້ວຍ.

ນສພເສດຖະກິດ-ສັງຄົມ

ຮຽບຮຽງໂດຍ: ຟ້າ