ເກາະຕິດສະຖານະການຜູ້ຕິດເຊື້ອໂຄວິດທົ່ວໂລກ

  ການລາຍງານສະຖານະການໆແຜ່ລະບາດຂອງເຊື້ອໂຄວິດ-19 ຈາກປະເທດຕ່າງໆທົ່ວໂລກໃນວັນທີ 11 ຕຸລາ ປີ 2021 ທົ່ວໂລກມີຜູ້ຕິດເຊື້ອສູງເຖິງ 238 ລ້ານກວ່າຄົນ.

  ຕາມຂ່າວຕ່າງປະເທດລາຍງານວ່າ: ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າ 238.627.576 ຄົນ, ມີຜູ້ເສຍຊີວິດແລ້ວ 4.866.904 ຄົນ ແລະປິ່ນປົວຫາຍດີແລ້ວ 215.790.178 ຄົນ, ໂດຍ 5 ປະເທດທີ່ມີຍອດຜູ້ຕິດເຊື້ອສູງທີ່ສຸດໃນໂລກຄື: ອາເມລິກາມີຜູ້ຕິດເຊື້ອໂຄວິດ 45.203.478 ຄົນ, ເສຍຊີວິດ 733.575 ຄົນ, ປິ່ນປົວຫາຍດີ 34.664.963 ຄົນ, ອິນເດຍມີຜູ້ຕິດເຊື້ອ 33.971.293 ຄົນ, ເສຍຊີວິດ 450.814 ຄົນ, ປິ່ນປົວຫາຍດີ 33.285.879 ຄົນ, ບຣາຊິນມີຍອດຜູ້ຕິດເຊື້ອ 21.575.820 ຄົນ, ເສຍຊີວິດ 601.047 ຄົນ, ປິ່ນປົວຫາຍດີ 20.678.858 ຄົນ, ອັງກິດມີຍອດຜູ້ຕິດເຊື້ອ 8.154.306 ຄົນ, ເສຍຊີວິດ 137.735 ຄົນ, ປິ່ນປົວຫາຍດີ 6.651.464 ຄົນ ແລະຣັດເຊຍມີຜູ້ຕິດເຊື້ອ 7.775.365 ຄົນ, ເສຍຊີວິດ 216.415 ຄົນ, ປິ່ນປົວຫາຍດີ 6.858.119 ຄົນ.

  ສ່ວນຢູ່ ສສ ຫວຽດນາມ, ນັບແຕ່ເວລາ 17 ໂມງຂອງວັນທີ 9 ຕຸລາ ຫາເວລາ 17 ໂມງຂອງວັນທີ 10 ຕຸລາ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ຕື່ມອີກ 3.528 ຄົນ, ໃນນັ້ນມີຜູ້ເຂົ້າເມືອງ 15 ຄົນ, ມາຮອດປະຈຸບັນ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 839.662 ຄົນ, ໃນນັ້ນມີ 782.199 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

-----

ໜັງສືພິມ ເສດຖະກິດ-ສັງຄົມ