ຕົ້ນເຫດຂອງການໄອໃນຕອນກາງຄືນ ແລະສູດລະລາຍຂີ້ກະເທີ້

  ຜູ້ສູງໄວສ່ວນຫຼາຍມັກນອນຫາຍໃຈຝືດໃນຕອນກາງຄືນເນື່ອງຈາກມີຂີ້ກະເທີ່ໄປຕັນຮູຄໍເຮັດໃຫ້ເກີດຫານຄັນຄໍ ແລະໄອແຕ່ອາການແບບນີ້ກໍ່ສາມາດພົບກັບເດັກນ້ອຍ ແລະໄວໜຸ່ມໄດ້ຄືກັນ ໂດຍສະເພາະໃນຍາມເປັນຫວັດໃນຄໍລ້ໍາສຸຂະພາບມື້ນີ້ແອັດກໍ່ມາພ້ອມກັບສູດຮັກສາອາການຄັນຄໍໄອ ແລະມີຂີ້ກະເທີ້ມາຝາກເຊິ່ງຈະເຮັດແນວໃດນັ້ນເຮົາມາຮູ້ຈັກໄປພ້ອມກັນເລີຍ.

  ສ່ວນປະກອບ ແລະວິທີເຮັດ: ນໍ້າອຸ່ນເຄິ່ງຈອກ, ໜາກນາວເຄິ່ງໜ່ວຍ, ນໍ້າເຜິ້ງ 1 ບ່ວງກາເຟ ແລະເກືອເລັກນ້ອຍ ໂດຍນຳສ່ວນປະສົມທັງໝົດຄົນໃຫ້ເຂົ້າກັນຈາກນັ້ນກໍ່ດື່ມລົງໄປຈະເຮັດໃຫ້ຄໍຊຸມຫຼຸດອາການຄາຍຄໍ ແລະເຮັດໃຫ້ນອນຫຼັບສະບາຍຜູ້ສູງອາຍຸຄວນດື່ມທຸກຄືນກ່ອນນອນຈະເຮັດໃຫ້ຫຼັບສະບາຍຂຶ້ນ.

-----

ຮຽບຮຽງ: ຟ້າ