ຈິນ ວົງບີທີເອສ ຮ້ອງເພງປະກອບຊີຣ່ີເລື່ອງ Jirisan

  ຍິ່ງໃຫຍ່ສົມການລໍຄອຍເມື່ອອ້າຍສີອີ້ ນໍາເອົາ ຄິມ ຊອກຈິນ ຫຼື ຈິນ ວົງບີທີເອສ ມາ ຮ້ອງເພງປະກອບຊີຣີ່ເລື່ອງ Jirisan ຊີຣີ່ ສ.ເກົາຫຼີ ທີ່ມີຂະໜາດໃຫຍ່ພ້ອມທັງເປີດໂຕໂຄສະນາໃໝ່ຊວນໃຫ້ຕິດຕາມ.
  ຊີຣີ່ເລື່ອງດັ່ງກ່າວ ນຳສະແດງ ໂດຍ ຈອນຈີ ຮະຢອນ ແລະພະເອກ ຈູຈີຮຸນ ກຳກັບໂດຍ ອີອີ້ງບົກ ໂດຍ ເປີດໂຕໂຄສະນາຕົວລະຄອນຂອງ ຈອນຈີ ຮະຢອນ ແລະ ຈູຈີຮຸນໃນຊຸດເຈົ້າໜ້າທີ່ອຸທິຍານດ້ວຍສີໜ້າວິຕົກກັງວົນພ້ອມກັບລະບຸຄໍາປິດສະໜາໃຫ້ລໍຄອຍຄົ້ນຫາຊວນໃຫ້ຕິດຕາມ, ໂດຍ ຈິນ ຈະມາສະແດງພະລັງສຽງອັນເປັນເອກກະລັກໃນເພງປະກອບລະຄອນຕົ້ນຕໍຂອງ Jirisan ຫວັງວ່າ ແຟນໆຈະມັກຮັກລະຫວ່າງທີ່ໄດ້ຮັບຊົມຊີຣີ່ເລື່ອງນີ້ສ່ວນກໍານົດໃນການເປີດໂຕເພງນີ້ຈະແຈ້ງອີກເທື່ອ ໜຶ່ງ, ຊີຣີ່ເລື່ອງນີ້ ຈະເລີ່ມສາຍທາງໂທລະພາບໃນວັນທີ 23 ຕຸລານີ້ ຮັບຊົມທາງແອັບພລິເຄຊັນ iQiyi (ອ້າຍສີອີ້) ແລະເວັບໄຊ iQ.com.

----

ໜັງສືພິມ ເສດຖະກິດ-ສັງຄົມ