ເມືອງຕົ້ນເຜິ້ງ ເຂັ້ມງວດກວດການເຂົ້າ-ອອກລະຫວ່າງບ້ານຕໍ່ບ້ານ

   ປະຈຸບັນ, ບັນດາບ້ານພາຍໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ເພີ່ມທະວີຄວາມເຂັ້ມງວດການເຂົ້າ-ອອກ ລະຫວ່າງບ້ານຕໍ່ບ້ານໂດຍສະເພາະບ້ານທີ່ຕິດກັບບ້ານພຽງງາມ ບ້ານສາມຫຼ່ຽມຄຳ, ບ້ານດອນມູນ ແລະບ້ານໂພນໂຮມ ຊຶ່ງເປັນພື້ນທີ່ສີແດງໂດຍໄດ້ມີການສ້າງຮົ້ວກັ້ນການສັນຈອນຢູ່ເສັ້ນທາງຊອຍແຕ່ລະເສັ້ນພາຍໃນບ້ານ ແລະ ມອບໃຫ້ ປກສ-ກອງຫຼອນຕັ້ງຈຸດກວດກາ-ປ້ອງກັນເວນຍາມຢູ່ເສັ້ນທາງໃຫຍ່ບໍລິເວນເຊື່ອມຕໍ່ກັບບ້ານພື້ນທີ່ສີແດງເພື່ອບໍ່ໃຫ້ມີການເຂົ້າ-ອອກ ຂອງປະຊາຊົນລະຫວ່າງບ້ານແດງກັບບ້ານອື່ນໆ, ກໍລະນີຈໍາເປັນເຊັ່ນ: ໄປທຳການຜະລິດໄປເກັບກ່ຽວເຂົ້ານາປີແມ່ນໃຫ້ເຂົ້າ-ອອກ ຕາມເສັ້ນທາງສະເພາະທີ່ທາງບ້ານອະນຸຍາດໂດຍມີກຳລັງ ປກສ-ກອງຫຼອນປະຈໍາຢູ່ຈຸດດັ່ງກ່າວ.


   ພ້ອມນັ້ນ, ກໍໃຫ້ປິດຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຂາຍໂທລະສັບ, ຮ້ານສ້ອມແປງລົດຈັກ-ລົດ ໃຫຍ່ຢູ່ບ້ານພື້ນທີ່ສີແດງ ແລະບ້ານໃຫຍ່ຕົ້ນເຜິ້ງ; ປິດການຂົນສົ່ງດ່ວນຕ່າງໆຢູ່ພາຍໃນເມືອງເປັນການຊົ່ວຄາວ, ຫ້າມພໍ່ແມ່ປະຊາຊົນຊາວຄ້າຂາຍເຄື່ອນໄຫວສົ່ງເຄື່ອງອອນລາຍ ແລະຝາກເຄື່ອງນໍາບໍລິສັດຂົນສົ່ງຕ່າງໆ ແລະມາດຕະການອື່ນໆ ຈົນກວ່າຈະມີແຈ້ງການສະບັບໃໝ່ ຫຼືຈົນກວ່າການລະບາດພະຍາດໂຄວິດ-19 ຈະຢຸດເຊົາເນື່ອງຈາກປະຈຸບັນຕົວເລກຜູ້ຕິດເຊື້ອໃນຊຸມຊົນໃນເມືອງຕົ້ນເຜິ້ງ ມີຈໍານວນເພີ່ມຂຶ້ນໃນແຕ່ລະວັນ ແລະມີຈໍານວນບ້ານພື້ນທີ່ສີແດງເພີ່ມຂຶ້ນ.


 ທ່ານ ອຸ່ນເຮືອນ ແສງສຸລິຍາ ນາຍບ້ານໃຫຍ່ຕົ້ນເຜິ້ງໄດ້ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດມາດຕະການດັ່ງກ່າວ ເລີ່ມແຕ່ວັນທີ 7 ຕຸລາ ເປັນຕົ້ນມາເຫັນວ່າປະຊາຊົນພາຍໃນບ້ານສ່ວນໃຫຍ່ແມ່ນປະຕິບັດມາດຕະການຕ່າງໆຕາມແຈ້ງການຢ່າງເຂັ້ມງວດ, ແຕ່ກໍຍັງມີປະຊາຊົນ ແລະຊາວຄ້າຂາຍຈໍານວນໜຶ່ງຍັງມີທ່າທີລະເມີດຕໍ່ມາດ ຕະການ ກໍຄືຄໍາແນະນໍາຫ້າມເຂົ້າ-ອອກ ແລະມາດຕະການອື່ນໆ. ດັ່ງນັ້ນ, ຈຶ່ງຂໍຮຽກຮ້ອງໃຫ້ຜູ້ທີ່ຍັງລະເມີດມາດຕະການກໍຄືທຸກພາກສ່ວນໃນສັງຄົມປະຕິບັດມາດຕະ ການຕາມແຈ້ງການດັ່ງກ່າວຢ່າງເຂັ້ມງວດເພື່ອຄວາມປອດໄພຂອງສັງຄົມ ແລະຕົວທ່ານເອງ.

ຂ່າວ: ອຸໄທ ພູມມາ.