ຊັບສິນພຣັອບເພີຕີ້ ຜ່ອນຜັນລູກຄ້າຈ່າຍ 50% ຊ່ວງໂຄວິດ

ຂ່າວ: ບຸນນິກ

   ຂ່າວດີສຳລັບຜູ້ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ທີ່ບໍ່ສາມາດຊໍາລະຄ່າງວດດິນໄດ້ຕາມປົກກະຕິບໍລິສັດ ຊັບສິນພຣັອບເພີຕີ້ ຈຳກັດ ມີນະໂຍບາຍໃຫ້ແກ່ລູກຄ້າຜູ້ທີ່ບໍ່ສາມາດຊໍາລະຄ່າງວດໄດ້ຕາມປົກກະຕິຄືລູກຄ້າສາມາດຊໍາລະຄ່າງວດໄດ້ພຽງ 50% ຂອງມູນຄ່າງວດທີ່ລູກຄ້າຕ້ອງຊໍາລະທົ່ານັ້ນ. ສ່ວນອີກ 50% ແມ່ນລູກຄ້າສາມາດເກັບເອົາໄປຊໍາລະໃນງວດສຸດທ້າຍໄດ້ໂດຍທີ່ບໍລິສັດຈະບໍ່ຄິດໄລ່ດອກເບ້ຍ.

   ທ່ານ ນາງ ສັບພະສິນ ພອນສະຫວັນ ອຳນວຍການບໍລິສັດ ພຣັອບເພີຕີ້ ຈຳກັດ ໃຫ້ສຳພາດນັກຂ່າວຜ່ານໂທລະສັບຮູ້ວ່າ ສຳລັບປີ 2021 ທາງບໍລິສັດມີໂຄງການດິນຈັດສັນເພື່ອປະຊາຊົນໃໝ່ 2 ໂຄງ ການຕັ້ງຢູ່ບ້ານໂພນຄໍ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຊຶ່ງມຸ່ງໃສ່ປະຊາຊົນຜູ້ທີ່ມີລາຍໄດ້ຕໍ່າກໍ່ສາມາດຊື້ດິນເປັນຂອງຕົວເອງໄດ້ ໂດຍອີງໃສ່ທໍາເລດີໃກ້ທາງໃຫຍ່ບໍ່ໄກຈາກເຂດທີ່ກໍາລັງພັດທະນາໃກ້ຕະຫຼາດໃກ້ໝູ່ບ້ານລາຄາຖືກສາມາດຊື້ໄວ້ເພື່ອປຸກເຮືອນຢູ່ອາໄສ ຫຼືສາມາດຄ້າຂາຍໄດ້ມີຖະໜົນຕັດຜ່ານໃນໂຄງການເປັນເສັ້ນທາງປູຫີນກວ້າງ 6-7 ແມັດ, ມີໄຟຟ້າ ແລະນໍ້າໃຊ້ສະດວກສະບາຍສາມາດປຸກສ້າງໄດ້ທັນທີ.

  2 ໃນ 1 ປີຜ່ານມາສາມາດຂາຍດິນໄດ້ທັງໝົດປະມານເກືອບ 500 ຕອນ. ປະຈຸບັນບໍລິສັດພວກເຮົາມີເງື່ອນໄຂການຈ່າຍແບບຫຼາຍທາງເລືອກເຊັ່ນ: ການຈ່າຍຜ່ອນເລີ່ມຕົ້ນໜ້ອຍພຽງແຕ່ 5 ລ້ານກີບ ແລະບໍ່ມີດອກເບ້ຍຍາວເຖິງ 24 ເດືອນ ຫຼຸດຈະຈ່າຍ 50% ຫຼື 100% ກໍ່ມີທັງສ່ວນຫຼຸດສູງເຖິງ 12% ແລະມີທັງຂອງແຖມເອົາກ່ອງເຕີ້ໄຟ ແລະນໍ້າເຂົ້າໃຫ້ລູກຄ້າພ້ອມນັ້ນກໍ່ຍັງມີດິນບອັກ ຫຼືເສົາຮົ້ວແຖມໃຫ້ລູກຄ້າອີກພ້ອມ.

   ແນວໃດກໍ່ຕາມເຖິງແມ່ນສະພາບບ້ານເມືອງທີ່ໄດ້ຮັບຜົນກະທົບຕໍ່ການລະບາດໂຄວິດໂດຍສະເພາະປະຊາຊົນຜູ້ທີ່ຕ້ອງການທີ່ຢູ່ອາໄສແຕ່ການເງິນບໍ່ສະດວກທາງບໍລິສັດກໍ່ຈັດກິດຈະກຳຄືນກຳໄລ່ລູກຄ້າ.

   ໂປຼໂມຊັ່ນຊ່ວງໂຄວິດ-19 ຊື້ດິນຕອນທີ່ 1, ຕອນທີ່ 2 ຫຼຸດ 50% ລາຄາເລີ່ມຕົ້ນ 28 ລ້ານກີບ, ໃກ້ຊຸມຊົນ, ໃກ້ຕະຫຼາດ, ໃກ້ທາງຢາງພຽງ 100 ແມັດ, ມີໄຟຟ້າ, ຫົນທາງກວ້າງສະດວກສະບາຍຄິດຫາດິນຈັດສັນຄິດຫາຊັບສິນພຣັອບເພີຕີ້ດິນຕັ້ງຢູ່ ບ້ານນາຄູນນ້ອຍ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ.