ຊຳຊຸງເປີດໂຕ Galaxy Watch 4 ຟີເຈີສຸຂະພາບພ້ອມ WearOS

  Samsung ໄດ້ເປີດໂຕສະມາດວອຊລຸ້ນໃໝ່ຄື Galaxy Watch4 Classic ຊຶ່ງເປັນອຸປະກອນສວມໃສ່ລຸ້ນທຳອິດຂອງ Samsung ທີ່ໃຊ້ One UI Watch ທີ່ມີພື້ນຖານແບບ WearOS ຂອງ Google ທີ່ນອກຈາກຈະອອກແບບໃຫ້ເບິ່ງທັນສະໄໝ ແລະເປັນອຸປະກອນແຟຊັ່ນຫຼາຍຂຶ້ນແລ້ວກໍຍັງເປັນອຸປະກອນ WearOS ຕົວທຳອິດທີ່ໃຊ້ຊິປ 5nm ດ້ວຍ.
  ມາກັນທີ່ Samsung Galaxy Watch4 ລຸ້ນປົກກະຕິມີໜ້າຈໍທັງໝົດ 2 ຂະໜາດ 44mm (1.36 ນິ້ວ) ແລະ 40mm (1.19 ນິ້ວ) ໃນຂະນະທີ່ລຸ້ນ Classic ມີຂະໜາດໜ້າຈໍ 46mm ແລະ 42mm ທັງໝົດມີຄວາມ ໜາແໜ້ນຂອງພິກເຊລເທົ່າກັນທີ່ 330PPI.
  Samsung ລະບຸວ່າ Galaxy Watch4 ນັ້ນຖືກອອກແບບມາໃຫ້ຜູ້ໃຊ້ງານສາຍສຸຂະພາບຢ່າງແທ້ຈິງມາພ້ອມກັບເຊນເຊີແບບ 3-1 ທີ່ມີຄຸນສົມບັດກ່ຽວກັບສຸຂະພາບດັ່ງນີ້ -ຮອງຮັບ Optical Heart Rate Sensor(PPG), Electrical Heart Sensor(ECG), Bioelectrical Impedance Analysis Sensor(BIA) -ຟີເຈີເດັດສຳລັບສາຍອອກກຳລັງກາຍ Body Composition ວັດໄຂມັນກ້າມຊີ້ນໃນຮ່າງກາຍ ແມ່ນຍຳ 98 % ໃຊ້ເວລາກວດເຊັກພຽງ 15 ວິນາທີ-ກວດສຽງກົນວັດອົກຊີແຊນໃນຮ່າງກາຍຊຶ່ງສາມາດວັດຂະນະນອນຫຼັບໄດ້ດ້ວຍໃຫ້ຄະແນນການນອນໄດ້ -ເຊື່ອມຕໍ່ກັບວິທີເພື່ອອອກກຳລັງກາຍໄດ້ນອກຈາກນີ້ຍັງມີການຮອງຮັບທ່າທາງຕ່າງໆ ເພື່ອການສັ່ງໃຊ້ງານໂມງເຊັ່ນພະຍັກໜ້າເພື່ອຢືນຢັນການໂທຂະເຫຍົ່າມືເພື່ອຍົກເລີກເປັນຕົ້ນ.

----

ໜັງສືພິມ ເສດຖະກິດ-ສັງຄົມ