ປີນີ້ ຄໍາມ່ວນ ປະຕິບັດແຜນປູກພືດລະດູຝົນ ໄດ້ 8.817 ເຮັກຕາ

ຂ່າວ: ແດງສະຫວັດ ແສນພານິດ

   ຕາມຂໍ້ມູນຈາກຂະແໜງປູກຝັງທີ່ຂຶ້ນກັບພະແນກກະສິກໍາ ແລະປ່າໄມ້ແຂວງຄໍາມ່ວນໃຫ້ຮູ້ວ່າ: ແຜນການປູກພືດລະດູຝົນທົ່ວແຂວງຄໍາມ່ວນໃນປີ 2021 ນີ້, ມີ 6.175 ເຮັກຕາ, ຄາດຄະເນສະມັດຕະພາບ 12,80 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດ 79.054 ໂຕນ, ໃນນີ້ເນື້ອທີ່ແຜນການຜະລິດເປັນສະບຽງອາຫານ 2.575 ເຮັກຕາ, ຄາດຄະເນສະມັດຕະພາບ 9,65 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດ24.840 ໂຕນ, ເນື້ອທີ່ແຜນການຜະລິດເປັນສິນຄ້າ 3.600 ເຮັກຕາ, ຄາດຄະ ເນສະມັດຕະພາບ 15,06 ໂຕນ ຕໍ່ເຮັກຕາ, ຄາດຄະເນຜົນຜະລິດ54.214 ໂຕນ.

   ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຈັດຕັ້ງປະຕິບັດໄດ້ 8.817 ເຮັກຕາ, ເຫັນວ່າເນື້ອທີ່ປູກພືດລະດູຝົນແມ່ນລື່ນແຜນການທີ່ວາງໄວ້ເຖິງ 1.642 ເຮັກຕາ, ໃນນີ້ເນື້ອທີ່ຜະລິດເປັນສະບຽງອາຫານປະຕິບັດໄດ້ 2.247 ເຮັກຕາ ເທົ່າກັບ 87,24%, ເນື້ອທີ່ຜະລິດເປັນສິນຄ້າປະຕິບັດໄດ້ 6.567 ເຮັກຕາ ເທົ່າກັບ 182,43%, ເມືອງທີ່ມີເນື້ອທີ່ປູກພືດລະດູຝົນຫຼາຍກວ່າໝູ່ແມ່ນເມືອງຄູນຄໍາ 391,46 ເຮັກຕາ, ເມືອງນາກາຍ 337,04 ເຮັກຕາ, ໄຊບົວທອງ 174,66 ເຮັກຕາ, ບົວລະພາ 153,68 ເຮັກຕາ, ຍົມມະລາດ 120 ເຮັກຕາ ແລະເມືອງອື່ນໆຕາມລໍາດັບ.

 ສ່ວນພືດທີ່ກະສິກອນພາຍໃນແຂວງຄໍາມ່ວນປູກໃນຊ່ວງລະດູຝົນປະກອບມີ: ມັນຕົ້ນ (ສະໜອງໃຫ້ແກ່ໂຮງງານຜະລິດແປ້ງ), ສາລີ, ມັນດ້າງ, ໝາກແຕງ, ໝາກຖົ່ວ, ໝາກອຶ, ໝາກເຜັດ ແລະພືດຜັກອື່ນໆ.