ປະກາດແຕ່ງຕັ້ງຮອງຫົວໜ້າພະແນກ ຍທຂ ເຊກອງ

ຂ່າວ: ພຸດທະສອນ

  ພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກໂຍທາທິການ ແລະຂົນສົ່ງ (ຍທຂ) ແຂວງເຊກອງ ໄດ້ຈັດຂຶ້ນວັນທີ 19 ຕຸລາ 2021 ຜ່ານມາທີ່ສະໂມສອນແຂວງ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີທ່ານ ບຸນທະວີ ນະຄອນສິດ ຫົວໜ້າພະ ແນກ ຍທຂ ພ້ອມຂະແໜງການທີ່ກ່ຽວຂ້ອງ ແລະພະນັກງານລັດຖະກອນພາຍໃນພະແນກ ຍທຂ ເຂົ້າຮ່ວມ.

   ທ່ານ ດາຊີ ສຸວັນນະສາຍ ຮອງຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ, ວ່າດ້ວຍແຕ່ງຕັ້ງຮອງຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງເຊກອງ, ຊຶ່ງເຈົ້າແຂວງໄດ້ຕົກລົງແຕ່ງຕັ້ງທ່ານ ບົວລີ ສຸຂະວົງ ແລະທ່ານ ຄໍາເກັ່ງ ແກ້ວສຸວັນ ເປັນຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງເຊກອງ ແລະຜ່ານຂໍ້ຕົກລົງວ່າດ້ວຍແຕ່ງຕັ້ງຮອງຫົວໜ້າຂະແໜງສັງກັດພະແນກໂຍທາທິການ ແລະຂົນສົ່ງ, ໂດຍເຈົ້າແຂວງຕົກລົງແຕ່ງຕັ້ງ ທ່ານ ກິໂຕ້ຍ ພົມມະນີວົງ ເປັນຮອງຫົວໜ້າຂະແໜງແຜນການ-ສະຖິຕິ, ແຕ່ງຕັ້ງທ່ານ ນາງ ນິດດາ ຈັນທະວິໄລ ເປັນຮອງຫົວໜ້າຂະແໜງຈັດຕັ້ງ-ບໍລິຫານ ແລະການເງິນສັງກັດພະແນກໂຍ ທາທິການ ແລະຂົນສົ່ງ.

 ໂອກາດນີ້ ທ່ານ ນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງໄດ້ມີຄໍາເຫັນໂອ້ລົມໂດຍໄດ້ເນັ້ນໜັກໃຫ້ຜູ້ທີ່ຖືກແຕ່ງຕັ້ງໃໝ່ຕ້ອງໄດ້ກວດກາຕົນເອງຄືນວ່າເຮົາດໍາລົງຕໍາແໜ່ງນີ້ສາມາດຂັບເຄື່ອນໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍບັນລຸແລ້ວບໍ່? ຍັງຈຸດໃດທີ່ຈະຕ້ອງໄດ້ເພີ່ມເຕີມ ແລະຈຸດໃດທີ່ບໍ່ທັນສາມາດບັນລຸຕາມຄວາມຮຽກຮ້ອງ ຕ້ອງການຂອງພັກ-ລັດ ໃຫ້ກວດຄືນແບບແຜນນໍາພາ, ວິທີເຮັດວຽກຂອງໝູ່ຄະນະທັນກັບຄວາມ ຮຽກຮ້ອງຕ້ອງການໃນໄລຍະໃໝ່ແລ້ວບໍ? ພ້ອມນີ້ຕ້ອງໄດ້ຝຶກຝົນຫຼໍ່ ຫຼອມຕົນເອງຊອກຮູ້ຮໍ່າຮຽນໃນພາກປະຕິບັດຕົວຈິງນໍາເພື່ອນຮ່ວມງານ, ພະນັກງານ-ລັດຖະ ກອນຜູ້ທີ່ມີປະສົບການຕົວຈິງ; ເອົາໃຈໃສ່ປະຕິບັດແບບແຜນນໍາພາ ແລະວິທີເຮັດວຽກ, ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ແບ່ງງານແບ່ງຄວາມຮັບຜິດຊອບຢ່າງລະອຽດຈະແຈ້ງ, ຕ້ອງເປັນແບບຢ່າງໃນການປະຕິບັດເວົ້າຕາມມະຕິ, ເຮັດຕາມມະຕິ, ສິ່ງສໍາຄັນໃຫ້ເອົາໃຈໃສ່ ແລະເພີ່ມທະວີຄວາມຮັບຜິດຊອບທາງດ້ານການເມືອງ,ດ້ານວິຊາສະເພາະໃຫ້ສູງຂຶ້ນເພື່ອສືບຕໍ່ຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສໍາເລັດຕາມຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ເທື່ອລະກ້າວ.