ຈັນທະບູລີ ຄອບໄຂວ່ມະເຫສັກເຈົ້າທີ່ເຈົ້າຖານທີ່ທ່າວັດຈັນ

  ໃນວັນທີ 20 ຕຸລາ 2021, ທ່ານ ດວງຕາ ສຸລີວົງ ເຈົ້າເມືອງຈັນທະບູລີ ນະຄອນຫຼວງວຽງຈັນພ້ອມດ້ວຍຄະນະ ແລະເຖົ້າແກ່ແນວໂຮມ, ໄດ້ຈັດພິທີຄອບໄຂວ່ມະເຫ ສັກເຈົ້າທີ່ເຈົ້າຖານທີ່ທ່າວັດຈັນ ເນື່ອງຈາກປີນີ້, ບໍ່ສາມາດຈັດບຸນອອກພັນສາປະວໍຣະນາ, ປະເພນີນ່ານນໍ້າຊ່ວງເຮືອທ່າວັດຈັນ ແລະໄຫຼເຮືອໄຟອັນເປັນຮີດຄອງທີ່ສືບທອດກັນມາຕັ້ງແຕ່ດົນນານຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19.

  ຕາມປົກກະຕິຫຼັງບຸນອອກພັນສາປະວໍຣະນາແລ້ວການແຂ່ງຂັນເຮືອຊ່ວງຖືເປັນປາງບຸນໃຫຍ່ປະຈຳປີຂອງຊາວນະຄອນຫຼວງວຽງຈັນ ກໍ່ຄືທົ່ວປະເທດຄຽງຄູ່ກັນກໍ່ໄດ້ຈັດ ງານຕະຫຼາດນັດຄົບງັນຢ່າງຄຶກຄື້ນມ່ວນຊື່ນເປັນເວລາຫຼາຍວັນຖືເປັນການກະຕຸ້ນເສດຖະກິດ ແລະການທ່ອງທ່ຽວ, ພ້ອມດຽວກັນກໍ່ໄດ້ເປັນວາລະແຫ່ງການເຕົ້າໂຮມ ຄວາມສາມັກຄີຂອງບັນດາສີພາຍເຮືອຊ່ວງແຕ່ລະບ້ານ, ແຕ່ລະກົມກອງ, ພ້ອມທັງຊາວບ້ານກອງເຊຍທີ່ຍົກຂະບວນກັນມາເຕົ້າໂຮມສ້າງຄວາມມ່ວນຊື່ນຢູ່ທີ່ທ່າວັດຈັນແຫ່ງ ນີ້, ແຕ່ເນື່ອງຈາກສະຖານນະການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໜ້າເປັນຫ່ວງຈຳເປັນຕ້ອງໄດ້ສືບຕໍ່ປະຕິບັດຕາມມາດຕະການທີ່ທາງຂັ້ນເທິງວາງອອກຢ່າງເຄັ່ງຄັດ, ເຮັດໃຫ້ບຸນຊ່ວງເຮືອປີນີ້ຕ້ອງໂຈະໄປກ່ອນ.